ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 14:12:54    
ຫາງ​ສຽງ​ຕ່າງ​ປະ​ເທດ​ສົນ​ໃຈ​ນຳ​ກອງ​ປະ​ຊຸມ​ຂອງ​ສອງ​ສະ​ພາ​ຈີນ​ເລືອກ​ຕັ້ງ​ຜູ່​ນຳ​ແຫ່ງ​ລັດ​ຊຸດ​ໃໝ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ສື່​ມວນ​ຊົນ​ຕ່າງປະ​ເທດ​ພາກັນ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສ​ະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ເລືອກຕັ້ງ​ຜູ່​ນຳ​ແຫ່ງ​ລັດ​ຊຸດ​ໃໝ່​,​ແລະ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ສິ່ງ​ທ້າ​ທາຍ​ແລະ​ຫົວ​ຂໍ້​ທີ່​ຜູ່​ນຳ​ຊຸດ​ໃໝ່​ປະ​ເຊີນ​ໜ້າ.

ວັນ​ທີ15​ມີນາ​ນີ້,ສຳນັກ​ຂ່າວ​ສຳຄັນ​ຕ່າງໆ​ໃນ​ໂລກ​ເຊັ່ນ​ຂ່າວສານ​ອາ​ເປ ຂ່າວສານ​ອາ​ເອັຟ​ເປ ຂ່າວ​ສານ​ຣອຍ​ເຕີ​ພາກັນ​ລາຍ​ງານ​ຂ່າວ​ ກ່ຽວ​ກັບ​ສະພາ​ຜູ່​ແທນປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ເລືອກ​ຕັ້ງ​ຜູ່​ນຳ​ແຫ່ງ​ລັດ​ຊຸດ​ໃໝ່.​ຂ່າວ​ສານ​ອາ​ເປ​ລາຍ​ງານ​ວ່າ,ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ຫູ​ຈິນທາວ​ແລະ​ຜູ່​ນຳ​ອື່ນໆ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແລະ​ຕໍ່​ເນື່ອງ,ພາບ​ພົດ​ໃນ​ສາກົນ​ຍົກ​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.ຂ່າວ​ແຈ້ງວ່າ,ຜູ່​ນຳ​ແຫ່ງ​ລັດ​ຊຸດ​ໃໝ່​ຂອງ​ຈີນ​ພວມ​ປະ​ເຊີ​ນກັບການ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ,ຕົວຢ່າງ​ເຊັ່ນ​ບັນຫາ​ຄົມມະນາຄົມ ພະລັງ​ໄຟ​ຟ້າ​ແລະ​ໂຄງ​ສ້າງ​ທາງ​ບໍ​ລິ​ຫານ​ເປັນ​ຕົ້ນ.

ວັນ​ທີ16​ມີນາ​ນີ້,ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ​11​ໄດ້​ຮັບ​ຮອງທ່ານ​ເວິ່ນ​ເຈ່ຍ​ປາວ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​,ຫຼັງ​ຈາກ​ນັ້ນ,ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ເຊັ່ນ​ຂ່າວສານ​ອາ​ເປ ຂ່າວສານ​ຣອຍ​ເຕີ ຂ່າວສານ​ອາ​ເອັຟ​ເປ ຂ່າວສານ​ຈີ​ຈີ,ຂ່າວ​ສານ​ກຽວ​ໂດ​ແລະ​ອື່ນໆ​ໄດ້​ລາຍ​ງານ​ຂ່າວ​ນີ້​ຢ່າງ​ວ່ອງ​ໄວ,​ແລະ​ໄດ້​ຍົກ​ໃຫ້​ເຫັນ​ຫົວ​ຂໍ້​ຕ່າງໆ​ທີ່​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ຈີນ​ປະ​ເຊີນ​ເຊັ່ນ ການ​ຄວບ​ຄຸມ​ບໍ່​ໃຫ້​ລາຄາ​ສິນຄ້າ​ແພງ​ຂຶ້ນ,ຈັດ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໃຫ້​ສຳ​ເລັດ​ຜົນ​ເປັນ​ຕົ້ນ.