ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 16:31:08    
ຄຸນ​ນະພາ​ບຂອງ​ອາກາດ​​ປັກ​ກິ່ງ​ຈະ​ບໍ່​ສົ່ງ​ຜົນ​ຮ້າຍ​ຕໍ່​ສຸ​ຂະ​ພາບ​ຂອງ​ນັກ​ກິ​ລາ​ໂດຍ​ພື້ນ​ຖານ

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ17ມີນາ​ນີ້ ກຳມາທິການ​ແພດຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ປະກາດ​ຜົນ​ການ​ວິ​ເຄາະ​ແລະ​ປະ​ເມີນ​ຕໍ່​ຄຸນ​ນະພາ​ບຂອງ​ອາກາດ​ ນະຄ​ອນປັກ​ກິ່ງ,​ເຫັນ​ວ່າ ຄຸນ​ນະພາ​ບຂອງ​ອາກາດ​ປັກ​ກິ່ງ​​ໃນ​ເດືອນ​ສິງຫາຈະ​ບໍ່​ສົ່ງ​ຜົນ​ຮ້າຍ​ຕໍ່​ສຸຂະພາບ​ຂອງ​ນັກ​ກິລາ​ໂອ​ລິ​ມປິກ​ໂດຍ​ພື້ນຖານ.

​ໃນ​ຖະ​ແຫຼ​ງການ ທ່ານ​ອາ​ເນ ຢົງ​ເຄວັສດ໌ ປະທານ​ກຳມາທິການ​ແພດຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນກ່າວ​ວ່າ,ເໝືອນ​ດັ່ງ​ງານ​ກິລາ​ໂອ​ລິ​ມປິກ​ຊຸດ​ທີ່​ຜ່ານ​ມາ,"ພວກ​ຂ້າພະ​ເຈົ້າຈະ​ຮັບປະກັນ​ໃຫ້​ຄວາມ​ສ່ຽງ​ຈາກ​ຄຸນ​ນະພາ​ບຂອງ​ອາກາດ​ຫຼຸດ​ລົງ,​ແລະ​ຈະ​ຮັບປະກັນ​ໃຫ້​ປະຕິບັດ​ມາດ​ຕະການ​ທຸກ​ຢ່າງ​ເພື່ອ​ຮັກສາ​ສຸຂະພາບ​ຂອງ​ນັກ​ກິ​ລາ​ໃຫ້​ໄດ້ມາດຕະຖານ". ທ່ານ​ຍັງ​ກ່າວ​ວ່າ,ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ເຊື່ອ​ວ່າ,ມາດ​ຕະການ​ທີ່ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ໄດ້​ໃຊ້​ແລະ​ຈະ​ໃຊ້​​ໃນແຜນການ​ຕື່ມ​ອີກ,ຍ່ອມ​ຈະ​ເຮັດ​ໃຫ້​ຄຸນ​ນະພາ​ບຂອງ​ອາກາດນະຄອນ​ປັກ​ກິ່ງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ ກ່ອນ​ແລະ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.