ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 16:41:48    
ຮອງ​ປະ​ທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ພົບ​ປະ​ກັບ​ຮອງ​ຫົວ​ໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 17 ມີນາ​ນີ້,ຢູ່​ຈາ​ກາກ​ຕາ,ທ່ານ​ມູຮາ​ມັດ ຈູ​ຊູ​ຟ ຄາ​ລາ ຮອງ​ປະທານາທິບໍດີ ປະທານ​ພັກ​ໂກ​ລົນ​ກັນ​ ຄາ​ຢາອິນ​ໂດ​ເນເຊຍ​ໄດ້​ພົບ​ປະກັບ​ທ່ານລີ​ວຮົງ​ຊາຍ ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນພ້ອມ​ດ້ວຍ​ຄະນະ.

ທ່ານ​ຄາ​ລາ​ກ່າວ​ວ່າ,ອິນ​ໂດ​ເນ​ເຊຍ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງນຳ​ການ​ຂະຫຍາຍ​ການ​ພົວພັນ​ມິດ​ຕະພາບ​ກັບ​ຈີນ.​ໃນ​ຖານະ​ທີ່​ເປັນ​ພັກການ​ເມືອງທີ່​ໃຫຍ່ກວ່າ​ໝູ່​ຂອງ​ອິນ​ໂດ​ເນ​ເຊຍ,ພັກ​ໂກ​ລົນ​ກັນ ຄາ​ຢາ​ຍິນ​ດີ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ແລະ​ການ​ຮ່ວມ​ມື​ກັບ​ພັກ​ກອມ​ມູນິດ​ຈີນ​ຕື່ມ​ອີກ,ຫວັງໃຫ້​ສອງ​ພັກ​ຖອດ​ຖອນ​ບົດຮຽນ​ນຳ​ກັນ​ໃນ​ດ້ານ​ການ​ປົກຄອງ​ພັກ​ແລະ​ລັດ,ເຂົ້າ​ໃຈ​ແລະ​ສະ​ໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນຫາ​ພາກ​ພື້ນ​ແລະ​ສາກົນ.

ທ່ານ​ຄາ​ລາ​ກ່າວ​ວ່າ,ອິນ​ໂດ​ເນ​ເຊຍ​ສະໜັບສະໜູນ​ຈີນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ,​ແລະ​ຈະ​​ເຮັດ​ຄືທີ່​ຜ່ານ​ມາ​ໃນ​ການສະໜັບສະໜູນ​ຈີນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ໃນ​ບັນຫາ​ໄຕ້​ຫວັນ​​ແລະ​ບັນຫາ​ຕິ​ເບ​ດ.