ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-20 14:40:37    
ທ່ານ​ບຸສ​ບໍ່​ມີ​ແຜນ​ຈະ​ປ່ຽນ​ແປງ​ນະ​ໂຍ​ບາຍ​ຕໍ່​ອີ​ຣັກ

cri

ຕາມ​ຂ່າວCRI,ວັນ​ທີ19​ມີນາ​ນີ້,ຢູ່​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ,​ທ່ານ​ຈອດ​ຈ໌ ບຸ​ສ ປະທານາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສເພື່ອ​ລະ​ລຶກວັນ​ເກີດ​ສົງ​ຄາມ​ອີ​ຣັກ​ຄົບ​ຮອບ​5​ປີ.​ທ່ານ​ບຸ​ສ​ຍອມ​ຮັບ​ວ່າ,ສົງຄາມ​ອີຣັກ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ເສຍ​ຄ່າ​ຕອບ​ແທນ​ຢ່າງ​ໜັກ​ໜ່ວງ,​ແຕ່​ທ່ານ​ກ່າວ​ຢ້ຳວ່າ ​ບໍ່​ມີ​ແຜນ​ທີ່​ຈະ​ປ່ຽນ​ແປງ​ນະ​ໂຍບາຍ​ຕໍ່​ອີຣັກ.


ທ່ານ​ບຸ​ສກ່າວ​ວ່າ,​ແຜນການ​ສົ່ງ​ທະຫານ​ໄປ​ອີຣັກ​ເພີ່ມ​ຕື່ມ​ທີ່​ປະ​ຕິ​ບັດ​ໃນ​ປີ​ກາຍ​ນີ້​ໄດ້​ຮັບ​ຜົນ​ແລ້ວ,ສະ​ນັ້ນ,ທ່ານ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍ​ບາຍ​ເດີມ,​ຈົນ​ເຖິງ​ໄດ້​ຮັບ​ໄຊ​ຊະ​ນະ​ຂັ້ນ​ສຸດ​ທ້າຍ.

ວັນທີ19ມີນານີ້,ຢູ່ວໍຊິງຕັນ,ຜູ່ສະແດງກຳລັງໃສ່ໜ້າກາກສະແດງກຳລັງກ່າວປະທ້ວງ
ນະໂຍບາຍຕໍ່ອີຣັກຂອງທ່ານບຸສ

ທ່າ​ທີດັ່ງກ່າວ​ຂອງ​ທ່ານ​ບຸ​ສ​ໄດ້​ຖືກ​ຝ່າຍ​ຄັດຄ້ານ​ສົງຄາມ​ກ່າວ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ.​ວັນ​ທີ​19​ມີນາ​ນີ້,ປະຊາຊົນຄັດຄ້ານ​ສົງຄາມ​ຂອງ​ອາ​ເມ​ລິ​ກາ​ໄດ້​ຈັດການ​ສະ​ແດງ​ກຳ​ລັງ​ຢູ່​ຕົວ​ເມືອງ​ສຳ​ຄັນ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ເຊັ່ນ​ວໍ​ຊິງ​ຕັນ ນີວ​ຢອກ ຊີ​ອາໂຕ ​ຊານ​ຟຼານ​ຊິ​ສ​ໂກ​ ຊີ​ກາ​ໂກ​ແລະ​ອື່ນໆ,​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບຸສ​ສິ້ນ​ສຸດ​ສົງ​ຄາມ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ.​ທະ​ຫານ​ອາ​ເມ​ລິ​ກາ​ຈຳ​ນວນ​ໜຶ່ງ​ຍັງ​ອີງ​ໃສ່​ປະ​ສົບ​ການ​ຕົວ​ຈິງ​ໃນ​ສົງ​ຄາມ​ຂອງ​ຕົນ​ເລົ່າ​ຄວາມ​ຈິງ​ແລະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ສົງ​ຄາມ​ຕໍ່​ປະ​ຊາ​ຊົນ​ໂດຍ​ຜ່ານ​ສື່​ມວນ​ຊົນ.

ວັນທີ19ມີນານີ້,ຢູ່ວໍຊິງຕັນ,ຜູ່ຄັດຄ້ານສົງຄາມຈັດການສະແດງກຳລັງປະທ້ວງລັດຖະບານ
ອາເມລິກາກໍ່ສົງຄາມອີຣັກ

ນອກ​ນີ້,ຍັງ​ມີ​ຂ່າວ​ແຈ້ງວ່າ,ຫວ່າງ​ມໍ່ໆ​ນີ້, ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງປະທານາ​ທິ​ບໍ​ດີ​ສອງ​ຄົນ​ຂອງ​ພັກ​ດີ​ໂມ​ແກຼັດອາ​ເມ​ລິ​ກາ​ຄື ທ່ານ​ບາ​ແລັກ​ໂອ​ບາ​ມາ​ແລະ​ນາງ​ຮິວ​ລາ​ຣີຄ​ລິນ​ຕັນ ຕ່າງ​ໄດ້​ກ່າວ​ປາ​ຖະ​ກະ​ຖາ,​ຕິ​ຕຽນ​ທ່ານ​ບຸສ​ກໍ່​ສົງ​ຄາມ​ອີ​ຣັກ,​ແລະ​ສະ​ແດງ​ຄວາມ​ເຫັນ​ວ່າ​ອາ​ເມ​ລິ​ກາ​ຄວນ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ໂດຍ​ໄວ.​ໃນ​ເວ​ລາ​ຢ້ຽມ​ຢາມ​ຕາ​ເວັນ​ອອກ​ກາງ​ໃນ​ວັນ​ທີ18​ມີນາ​ນີ້,ທ່ານ​ຈອນ​ແມັກ​ເຄນ ຜູ່​ທີ່​ໄດ້​ຮັບ​ການ​ສະ​ເໜີ​ຊື່​ເປັນ​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ລີ​ພັບ​ປຼີ​ກັນ​ແນ່​ນອນ​ແລ້ວ​ນັ້ນ​ກ່າວ​ວ່າ,​ທ່ານ​ຈະ​ສືບ​ທອດ​ນະ​ໂຍ​ບາຍ​ຕໍ່​ອີ​ຣັກ​ຂອງ​ທ່ານ​ບຸ​ສ,​ຄັດ​ຄ້ານ​ການ​ຖອນ​ທະ​ຫານ​ອອກ​ຈາກ​ອີຣັກ.

1 2