ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 16:17:39    
ບາງກອກ​ຕັ້ງໜ້າ​ກະ​ກຽມ​​ແລ່ນ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ປັກ​ກິ່ງ

cri Author: d
ຕາມ​ຂ່າວCRI: ວັນ​ທີ20ມີນາ​ນີ້ ​ຕາມເວລາ​ທ້ອງ​ຖິ່ນ ​ເຈົ້າໜ້າ​ທີ່​ອົງການ​ປົກຄອງ​ນະຄອນຫຼວງ​ບາງກອກ​ຂອງ​ໄທ​ກ່າວ​ວ່າ,ປະຈຸ​ບັນ ບາງກອກພວມ​ຕັ້ງໜ້າ​ກະກຽມ ແລ່ນສົ່ງ​ຕໍ່ທວນໄຟ​ໂອ​ລິ​ມປິກ​ປັກ​ກິ່ງ.

​ເຈົ້າໜ້າ​ທີ່​ຜູ່​ນີ້​ກ່າວ​ວ່າ,​ພາຍຫຼັງ​ປຶກສາ​ຫາລື​ກັບ​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມ ປິກ​ໄທ​ແລ້ວ,ອົງການ​ປົກຄອງ​ນະຄອນຫຼວງ​ບາງກອກ​ຈະ​ຮັບຜິດຊອບ​ຈັດ​ສັນ​ສະຖານ​ທີ່​ແລ່ນສົ່ງ​ຕໍ່ທວນໄຟ​,ພິທີ​​ເປີດ​ການ​ແລ່ນ​ແລະ​ລາຕີ​ສະຫຼອງ​ການແລ່ນສົ່ງ​ຕໍ່ທວນໄຟ​,​ທັງ​ຈະ​ສະໜອງ​ການ​ບໍລິການ​ທີ່​ດີ​ໃຫ້​ສື່​ມວນ​ຊົນ​ແລະປະຊາຊົນ.

ການ​ແລ່ນສົ່ງ​ຕໍ່ທວນໄຟ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຕອນຢູ່​ບາງກອກ​​ຈະ​ຈັດ​ຂຶ້ນ​ໃນວັນ​ທີ19​​ເດືອນ​ໜ້າ,​ໄລຍະ​ສົ່ງ​ຕໍ່​ຍາວທັງ​ໝົດປະມານ7ກິ​ໂລ​ແມັດ,​ເວລານັ້ນຈະ​ມີ​ນັກ​ກິລາ​ສົ່ງ​ຕໍ່​ຈຳນວນ80ຄົນ.