ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-22 16:20:03    
ເອກ​ອັກຄະ​ລັດຖະ​ທູດ​ຈີນ​ປະຈຳ​ເກຼັກ​ກ່າວ​ວ່າ​,ງານ​ກິ​ລາ​ໂອ​ລິມ​ປິກ​ພວມ​ຊຸກ​ຍູ້​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ເກຼັກ

cri Author: d
ຕາມ​ຂ່າວCRI: ວັນ​ທີ21ມີນາ​ນີ້ ​ຢູ່​ອາ​ແຕັນ ທ່ານ​ໂລ​ລິນ​ສວນ ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ເກຼັກກ່າວ​ວ່າ,ຈີນ​​ແລະ​ເກຼັກ​ໄດ້​ຫຍັບ​ເຂົ້າ​ໃກ້​ກັນຕື່ມ​ອີກ​ຍ້ອນງານ​ກິລາ​ໂອ​ລິ​ມປິກ​.

​ເນື່ອງ​ໃນ​ໂອກາດ​ທີ່​ໃກ້​ຈະຮອດ​ມື້​ຈັດ​ພິທີ​​ໄຕ້​ເອົາ​ເຊື້ອ​ໄຟ​ສັກສິດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ໂອ​ລິ​ມ​ເປຍ​ຂອງ​ເກຼັກ,ທ່ານ​ໂລ​ລິນ​ສວນ ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ເກຼັກ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIວ່າ,ງານ​ກິລາ​ໂອ​ລິ​ມປິກ​ກຳ​ເນີ​ດ​ຈາກ​ຄວາມ​ສີວິ​ໄລ​ຂອງຝ່າຍ​ຕາ​ເວັນ​ຕົກ,ການຈັດ​ງານ​ກິລາດັ່ງກ່າວ​ຢູ່​ຈີນຊຶ່ງ​ເປັນປະ​ເທດ​ໃຫຍ່​ແຫ່ງ​​ຄວາມ​ສີວິ​ໄລທີ່ພວມ​ພັດທະນາ​ຂອງຝ່າຍ​ຕ​າ​ເວັນ​ອອກ,​ແມ່ນ​ເລື່ອງ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ໃນ​ປະຫວັດສາດ​ທີ່​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຍາ​ວ​ໄກ.ນ້ຳ​ໃຈ​ໂອ​ລິ​ມປິກ​ທີ່​ກຳ​ເນີ​ດຂຶ້ນ​ຢູ່ເກຼັກ,ກໍ່​ສອດຄ່ອງທັດສະນະຄະ​ຕິ"​ໂລກ​ທີ່ປອງ​ດອງ​ກັນ"ທີ່​ຈີນ​ສະ​ເໜີອອກ​ມາ.

ຈີນ​ແລະ​ເກຼັກຈະ​ຖື​ໂອກາດ​ຈັດງານ​ກິາລາ​ໂອ​ລິ​ມປິກຢູ່​ປັກ​ກິ່ງ,ຂະຫຍາຍການ​ຮ່ວມ​ມືກັນ​ຕື່ມ​ອີກ,​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ທາງ​ການ​ເມືອງ,​ແລະປະຊາຊົນ​ສອງ​ຊາດ​ກໍ່​ເພີ່ມຄວາມ​ເຂົ້າ​ໃຈ​ກັນ​ແລະ​ໄມຕີ​ຈິດ​ມິດຕະພາບຕໍ່​ກັນ.