ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 16:43:47    
ນາ​ຍົກ​ແລະ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ອານ​ເຊ​ລີ​ພົບ​ປະ​ທ່ານ​ລີ​ສາງ​ຊຸນ

cri

ຕາມ​ຂ່າວCRI,ວັນ​ທີ23​ມີນາ​ນີ້,ທ່ານ​ອັບ​ເດນ ອາ​ຈິ​ສ ​ເບ​ນຄາ​ເດັມ ນາຍົກລັດ​ຖະ​ມົນ​ຕີ ​ເລ​ຂາ​ທິ​ການ​ໃຫຍ່​ແນວ​ໂຮມ​ປົດ​ປ່ອຍ​ ​ຊາດ​ອານ​ເຊ​ລີ​ແລະ​ທ່ານ​ອັບ​​ເດນ​ອາ​ຈິ​ສ ຈີ​ອາຣີ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ອານ​ເຊ​ລີໄດ້​ພົບ​ປະກັບ​ທ່ານ​ລີ​ສາງ​ຊຸນ ກຳ​ມະ​ການ​ປະ​ຈຳ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ໄປ​ຢ້ຽມຢາມ.

ທ່ານເບນຄາເດັມພົບປະກັບທ່ານລີສາງຊຸນ(ຊ້າຍ)

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ເບ​ນຄາ​ເດັມ,ທ່ານ​ລີ​ສາງ​ຊຸນ​ກ່າວ​ວ່າ,​ພັກ​ແລະ​ລັດ​ຖະ​ບານ​ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ຈີນ​ອານ​ເຊ​ລີ,ຍິນ​ດີ​ພ້ອມ​ກັນ​ກັບ​ອານ​ເຊ​ລີ​ຄົ້ນ​ຄວ້າ​ຫາ​ລື​ວິຖີ​ທາງ​ໃໝ່​ແລະ​ຮູບ​ການ​ໃໝ່​ທີ່​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ປະ​ໂຫຍ​ດ​​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ເບ​ນຄາ​ເດັມກ່າວ​ວ່າ,ອານ​ເຊ​ລີ​ຫວັງ​ໃຫ້​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,ຍິນ​ດີ​ຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະ​ຍາ​ຍາມ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ລະຫວ່າງ​ອານ​ເຊ​ລີ​ກັບ​ຈີນ,​ເປີດ​ກວ້າງ​ຂະ​ໜາດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ.

ທ່ານຈີອາລີພົບປະກັບທ່ານລີສາງຊຸນ(ຊ້າຍ)

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຈີ​ອາ​ລີ,​ທ່ານ​ລີ​ສາງ​ຊຸນ​ກ່າວ​ວ່າ,​ຈີນ​ຍ້ອງ​ຍໍ​ອານ​ເຊ​ລີ​ທີ່​ຍຶດ​ໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​ມາ​ໂດຍ​ຕະ​ຫຼອດ,​ຫວັງ​ຢາກ​ພ້ອມ​ກັບ​ອາ​ນ​ເຊ​ລີ​ທຳ​ຄວາມ​ພະ​ຍາ​ຍາມ,​ປັບ​ປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ຕະ​ຫຼອດ​ໄປ.​ທ່ານ​ຈີ​ອາ​ຣີ​ກ່າວ​ວ່າ,ອານ​ເຊ​ລີ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ລົງ​ເລິກ​ຂະ​ຫຍາຍ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ແລະ​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ອານ​ເຊ​ລີ​ກັບ​ຈີນຕື່ມ​ອີກ.