ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 18:18:28    
ລັດ​ຖະ​ບານ​ໄທ​ກ່າວ​ວ່າ ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຈັດ​ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ບາງ​ກອກ​ໃຫ້​ດີ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 24 ມີນາ​ນີ້,ຢູ່​ບາງ​ກອກ,ທ່ານ​ສະ​ນັ່ນ ຄະ​ຈອນ​ປະສາດ ຮອງ​ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ,ລັດ​ຖະບານ​ໄທ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຈັດການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ບາງກອກ​ໃຫ້​ດີ.

ຕອນ​ເຊົ້າ​ວັນ​ທີ 24 ມີນາ​ນີ້,ຢູ່​ສຳນັກງານ​ນາຍົກ,ທ່ານ​ສະ​ນັ່ນ ຮອງ​ນາຍົກ​ໄທ​ໄດ້​ຈັດກອງ​ປະຊຸມ​ປະສານ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສົ່ງຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ບາງກອກ.

ໃນ​ກອງ​ປະຊຸມ,ທ່ານ​ສະ​ນັ່ນກ່າວ​ວ່າ,ລັດຖະ​ບານ​ໄທ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ບາງ​ກອກ​ໃນ​ວັນ​ທີ 19 ​ເມສາ​ປີ​ນີ້.ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ສະ​ໝັກ ສຸນ​ທໍລະ​ເວດ ນາຍົກ​ລັດ​ຖະ​ມົນຕີ​ໄທ,​ໄທ​ໄດ້​ຕັ້ງ​ຄະນະ​ກຳມະການ​ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​​ເຊິ່ງ​ແມ່ນ​ທ່ານສະໝັກເປັນ​ປະທານ.