ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 10:15:19    
ທ່ານ​ຣົກເກຊົມ​ເຊີຍ​ຍ້ອງ​ຍໍ​ຈີນ​ທີ່​ໄດ້​ຮັບ​ຜົນ​ງານ​ຢ່າງ​ໃຫຍ່​ຫຼວງ​ໃນ​ຫຼາຍ​ປີ​ມາ​ນີ້

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ24​ມີນາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່"ໜັງສື​ພິມ​ເລີ ກີ​ເປ (L'equepe)"​ຂອງ​ຝຣັ່ງຢູ່​​ໂອ​ລິ​ມ​ເປຍ​ແຫ່ງ​ປະ​ເທດ​ເກຼັກ. ທ່ານຣົກ​ເກ ປະທານ​ຄະນະ​ກຳມະ​ການ​ໂອ​ລິມປິກ​ສາກົນກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ຈີນ​ໄດ້​ຮັບ​ຄວາມ​ກ້າວໜ້າ​ໃນ​ຫຼາຍດ້ານ,ຫຼັງ​ຈາກ​ຈີນ​ໄດ້​ຮັບ​ສິດ​ເປັນ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008, ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ຕ່າງໆ ​ເຊັ່ນ,ປົວ​ແປງ​ມົນ​ລະ​ພິດ​ເປັນ​ຕົ້ນ.

ທ່ານຣົກ​ເກ​ກ່າວ​ວ່າ,ຈີນ​ໄດ້​ຮັບຄວາມ​ກ້າວໜ້າ​ຢ່າງ​​ໃຫຍ່​ຫຼວງ,ຖ້າ​ຜູ່​ໃດ​​ເຄີຍໄປ​​ຈີນ,ກໍ່ຈະ​ສາມາດ​ສຳ​ຜັດ​ກັບ​ຄວາມ​ກ້າວ​ໜ້ານີ້​ໄດ້.

ທ່ານຣົກ​ເກ​ຍັງ​ກ່າວ​ເນັ້ນ​ວ່າ,ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ບໍ່​ແມ່ນ​ອົງການ​ຈັດຕັ້ງ​ທາງ​ການ​ເມືອງ,​ແລະກໍ່​ບໍ່​ແມ່ນ​ອົງການ​ຈັດ​ຕັ້ງ​ທາງ​ທະ​ຫານ,ພາລະ​ໜ້າ​ທີ່​​ແມ່ນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ນັກ​ກິລາ​ທັງຫຼາຍ. ສ່ວນ​ນັກ​ກິລາ​ທີ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຕ້ອງ​​ເຄົາລົບ"ກົດ​ບັດ​ໂອ​ລິມ​ປິກ".