ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 11:27:24    
ຈີນ​ເຫັນ​ວ່າ ການ​ສົນ​ທະ​ນາ​ແລະ​​ເຈ​ລະ​ຈາ​ຢ່າງ​ສະ​ເຫມີ​ພາບ​ແມ່ນ​ທາງ​ອອກ​ອັນ​ຖືກ​ຕ້ອງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຕາ​ເວັນ​ອອກ​ກາງ

cri

ຕາມ​ຂ່າວCRI:ວັນ​ທີ 25 ມີນາ​ນີ້,​ໃນ​ເວລາສະພາ​ຄວາມ​ຫມັ້ນຄົງສະຫະ​ປະຊາ​ຊາດ​ຈັດການ​ອະພິ​ປາຍຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ, ທ່ານລິວ​​ເຈິ້ນ​ມິນ ຮອງຜູ່​ຕາງຫນ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍ​ກ່າວ​ວ່າ,ຝ່າຍ​ຕ່າງໆ​ທີ່ກ່ຽວ​ຂ້ອງ​ສະ​ແດງ​ຄວາມ​ຄ່ອງ​ແຄ້ວ ບໍ່​ໃຊ້​ຄວາມຮຸນ​ແຮງ ຍຶດຫມັ້ນ​ການ​ສົນທະນາ​ແລະ​ການ​ເຈລະຈາ​ຢ່າງ​ສະ​ເຫ​ມີ​ພາບ​ນັ້ນ​ແມ່ນ​ທາງ​ອອກ​ອັນ​ຖືກຕ້ອງ​​ໃນ​ການ​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ.

ທ່ານ​ລິວ​ເຈິ້ນ​ມິນ​ກ່າວ​ວ່າ,ປະຈຸ​ບັນ ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ພວມ​​ຢູ່​ໃນ​ໄລຍະ​ຫົວລ້ຽວຫົວ​ຕໍ່,ຝ່າຍ​ໃດໆ​ກໍ່ຄວນ​ຫຼີກ​ເວັ້ນບໍ່​ໃຊ້​ການ​ກະທຳ​ທີ່​ທຳ ລາຍ​ບັນຍາກາດ​​ຂອງ​ການເຈລະຈາ.ທ່ານ​ກ່າວ​ວ່າ,ອິສຣາ​ແອນ​ໄດ້​ຕົກລົງຂະ ຫຍາຍສ້າງ​ຈຸດ​ຕັ້ງຖິ່ນ​ຖານ​ໃຫມ່​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ.ພວກ​ເຮົາ​ຊົມ​ເຊີຍນຳ​ເຢ​ແມນທີ່​ທຳ​ຄວາມ​ພະຍາຍາມ​ເຂົ້າ​ໃນ​ການຊຸກຍູ້​ໃຫ້​ຝ່າຍ​ທີ່​ຕ່າງ​ກັນ​ຂອງ​ປາ​ເລັສຕິນ​​ດຳ​ເນີນ ການ​ສົນທະນາ​ໂດຍ​ກົງ,ຊົມ​ເຊີຍນຳ​ສອງພັກ​ຝ່າຍ​ໃຫຍ່​ຂອງ​ປາ​​ເລັສຕິນທີ່ເຊັນ​ສັນຍາ​ແລະ​ສືບ​ຕໍ່​ສົນທະນາ​ແລະ​ປຶກສາ​ຫາລື​ກັນ.


 ທ່ານ​ລິວ​ເຈິ້ນ​ມິນ​ກ່າວ​ວ່າ,ຝ່າຍ​ຈີນ​ຊົມ​ເຊີຍຄຳ​ຫມັ້ນ​ສັນຍາຂອງ​ສອງ​ຝ່າຍ​ອິສຣາ​ແອນ​ແລະປາ​ເລັສຕິນ​ທີ່ຍຶດຫມັ້ນ​ການ​ເຈລະຈາທາງ​ການ​ເມືອງ,ຄອງ​ຄອຍໃຫ້ສອງ​ຝ່າຍ​ຫຼີກ​ລຽງ​ສິ່ງລົບ​ກວນ​ຕ່າງໆ,​ເລັ່ງລັດຂະ​ບວນວິວັດ​ການ​ເຈ​ລະ​ຈາ​ດ້ວຍ​ການ​ກະທຳ​ຕົວ​ຈິງ.