ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 11:56:00    
ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ເກຼັກ​​ໃນມື້​ທີ2ດຳ​ເນີນ​ໄປ​ຢ່າງ​ສະ​ດວກ

cri

ຕາມ​ຂ່າວCRI:ວັນ​ທີ25​ມີນາ​ນີ້,ການ​ສົ່ງຕໍ່ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປີກ​ປັກ​ກິ່ງ​ປີ2008​ຢູ່​ເກຼັກ​ໃນ​ມື້​ທີ2​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​​ ​.

ໃນ​​ເວລາ9​ໂມງຕາມ​ເວລາ​ທ້ອງ​ຖິ່ນ​,​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​​ເລິ່ມອອກ​ຈາກ ຕົວ​ເມືອງ​ພາກ​ກາງຂອງ​ເກຼັກ ​​ແລ້ວສົ່ງ​ຕໍ່​ໄປ​ສູ່​ພາກ​ເໜືອ, ​ເມື່ອ​ໄດ້​ຜ່ານ​ຈາກ​ເມືອງ​ອະ​ກຣີນຽນ,​ເມືອງ​ອຳ​ຟິລົກ​ເຮ​ຍ,​ເມືອງ​ອາ​ຕາ ​ແລະ ​ເມືອງ​ອື່ນໆ, ​ທວນໄຟ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ເມືອງ​ຈາ​ນີນາ ​ເມືອງພັກ​ຕາກ​ອາກາດ​ໃນ​ມື້​ດຽວ​ກັນນັ້ນ​ໃນປະມານ18​ໂມງ​30ນາ​ຕາມເວລາ​ທ້ອງ​ຖິ່ນ.

ເມືອງ​ຈາ​ນີນາ​ ​ແມ່ນ​​ເມືອງ​ເອກ ຂອງ​ແຂວງ​ອີ​ປີ​ລຣູສ ພາກ​ກາງ​ຂອງ​ເກຼັກ, ​ເພື່ອຕ້ອນຮັບ​​ທວນໄຟ​, ຢູ່ສະໜາມ​ຫຼວງ​​ໃຈກາງ​ເມືອງ​ຈາ​ນີນາ​ໄດ້​ຈັດ​ພິທີ​ສະຫຼອງ​​ອັນ​ໃຫຍ່​ໂຕ​ມະ​ໂຫລານ.

ຫຼັງ​ຈາກ​ນັ້ນ,ພາຍ​ໃນ​ເກຼັກ,ຈະ​ສືບ​ຕໍ່​ດຳ​ເນີນ​ການ​ສົ່ງ​ຕໍ່​​ທວນ​ໄຟ​ເປັນ​ເວລາ1​ອາທິດ, ທວນ​ໄຟຈະ​ຖືກ​ສົ່ງ​​ໄປ​ຮອດ​ອາ​ແຕມ​ໃນ​ວັນ​ທີ30​ມີນາ​ນີ້, ​ແລະ ຈະຈັດ​ພິທີ​ມອບ​ທວນ​ໄຟໃຫ້​ແກ່​ນະຄອນ​ຫຼວງປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ.