ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 12:06:45    
ຄວາມ​ຫຼຸດ​ໂຕນ​ກັນ​ລະ​ຫວ່າງ​ເຂດ​ຕ່າງໆ​ຂອງ​ຈີນ​ຫຼຸດ​ໜ້ອຍ​ລົງ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ເທດ​ໃກ້​ຄຽງ​

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ27​ມີ​ນາ​ນີ້,ຄະນະ​ກຳມະການ​ເສດຖະກິດ​ສັງຄົມ​ອາ​ຊີ​ປາ​ຊີ​ຟິກ​ສະ​ຫະ​ປະຊາ​ຊາດ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ວ່າ,​ຈີນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະໜາດ​ໃຫຍ່​ເກືອບ10​ປີ​ມາ​ນີ້​ບໍ່​ພຽງ​ແຕ່​ໄດ້​ຫຼຸດ​ຜ່ອນ​ຄວາມ​ຫຼຸດ​ໂຕນ​ກັນ​ດ້ານ​ເສດ​ຖະ​ກິດ​ລະຫວ່າງ​ເຂດ​ແຂວງ​ເທົ່າ​ນັ້ນ,ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ກັບ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ອີກ.

ບົດ​ລາຍ​ງານ​ສະບັບ​ນີ້​ມີ​ຫົວ​ຂໍ້​ວ່າ: ເສດຖະກິດ​ສັງຄົມ​ອາຊີ​ປາຊີ​ຟິກ2008​ໂດຍ​ສັງ​ເຂບ,​ບົດ​ລາຍ​ງານ​ເຫັນ​ວ່າ,ຍຸດ​ທະ​ສາດ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະ​ໜາດ​ໃຫຍ່​ເຮັດ​ໃຫ້​ຄວາມ​ຫຼຸດ​​ໂຕນ​ກັນ​ດ້ານGDPສະ​ເລ່ຍຕໍ່​ຫົວ​ຄົນ​ລະຫວ່າງ​ເຂດ​ແຂ​ວາງ​ຕ່າງໆ​ຫຼຸດ​ໜ້ອຍ​ລົງ.​ການ​ພັດ​ທະ​ນາ​ຂອງ​ພາກ​ຕາ​ເວັນ​ຕົກ​ຈີນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໂດຍ​ກົງ​ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ,​ຍັງ​ໄດ້​ຊຸກ​ຍູ້​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ຜ່ານ​ຈາກ​ການ​ພົວພັນ​ການ​ຄ້າ​ຊາຍ​ແດນ​ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຂອງເຂດ​ຊາຍ​ແດນ​ທີ່​ຫຼ້າ​ຫຼັງ​ຂອງ​ຕົນ.

ນັບ​ມາ​ຮອດ​ປັດ​ຈຸ​ບັນ,ຈີນ​ໄດ້​ໃຊ້​ງົບປະມານ1000​ຕື້​ກວ່າ​ຢວນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ. ຈັງຫວະ​ເຕີ​ບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ຕົກ​ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ​ໃນ​ຫຼາຍ​ປີ​ລຽນຕິດ.