ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-31 18:07:20    
ກອງ​ປະ​ຊຸມ​ສຸດ​ຍອດ​GMS​ຄັ້ງ​ທີ​3​ໄຂ​ຂຶ້ນ​ແລ້ວ ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ

cri

ຕາມ​ຂ່າວCRI,ກອງ​ປະຊຸມ​ສຸດ​ຍອດ​ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຫຼືGMSຄັ້ງ​ທີ3​ໄຂ​ຂຶ້ນ​ແລ້ວ​ຢູ່​ວຽງ​ຈັນ ນະຄອນຫຼວງ​ຂອງ​ລາວ​ໃນ​ວັນ​ທີ31​ມີນາ​ນີ້.ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ບົວ​ສອນ​ບຸບ​ຜາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທ່ານ​ເຕນ​ເຊ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມຽນ​ມາ ທ່ານ​ສະ​ໝັກ​ສຸນ​ທໍ​ລະ​ເວດ​ນາ​ຍົກ​ລັດ​ຖະ​ທະ​ມົນ​ຕີ​ໄທ ທ່ານ​ຫງວຽນ​ເຕິນ​ຢຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ພ້ອມ​ດ້ວຍ​ທ່ານ​ຄູ​ໂລ​ດາ ຮາ​ລູ​ຮິ​ໂຄ ປະທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຫຼື​ADBໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານບົວສອນກ່າວຄຳປາໄສໃນກອງປະຊຸມ

ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ​ໄດ້​ກ່າວ​ຄຳ​ໄຂ​ກອງ​ປະ​ຊຸມ,​ທ່ານ​ບົວ​ສອນ​ຊີ້​ອອກ​ວ່າ,​ເມື່ອ​ທົບ​ທວນຄືນ​ການ​ຮ່ວມ​ມື​ໃນ15​ປີ​ທີ່​ຜ່ານ​ມາ,ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ຍຶດ​ໝັ້ນ​ເປົ້າ​ໝາຍ​ຮ່ວມ,​ໄດ້​ຮັບ​ໝາກຜົນ​ອັນ​ພົ້ນ​ເດັ່ນ​ໃນ​ດ້ານ​ການ​ພັດ​ທະ​ນາ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ,​ໄດ້​ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າງໆ​ພັດທະນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.​ໃນ​ເວລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ເວິ່ນ​ເຈ່ຍປາວ ນາຍົກລັດຖະມົນຕີ​ຈີນ​ກ່າວ​ວ່າ,ຈີນ​ຈະ​ຍຶດ​ໝັ້ນ​ທິດ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ມີມິດຕະພາບ​ຕໍ່​ປະ​ເທດ​ໃກ້​ຄຽງ,ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່​ຄູ່.​ປັບ​ປຸງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ກັບ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໃຫ້​ໝັ້ນ​ໜຽວ​ກວ່າ​ເກົ່າ,​ເພີ່ມ​ທະວີ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມືທີ່​ຕິດ​ແທດ​ຕົວ​ຈິງ​ກັບ​ປະ​ເທດ​ເຫຼົ່າ​ນີ້,​ຕັ້ງ​ໜ້າ​ຊຸກ​ຍູ້​ເສດ​ຖະ​ກິດ​ສັງຄົມ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ໃຫ້​ມີ​ການ​ພັດ​ທະ​ນາ.

ທ່ານບົວສອນກ່າວຄຳປາໄສໃນກອງປະຊຸມ

ວັນ​ທີ31​ມີນາ​ນີ້,ຢູ່​ນະຄອນຫຼວງ​ວຽງ​ຈັນ,ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ໄດ້​ພົບ​ປະກັບ​ທ່ານ​ຄູ​​ໂລ​ດາ ຮາ​ລູຮິ​ໂຄປະ​ທານ​ທະນາຄານ​ADB.​ໃນ​ການ​ພົບ​ປະ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ທະນາຄານ​ພັດທະນາ​ອາຊີ,​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ເສດຖະກິດ​ພາກ​ພື້ນ​ແຫ່ງ​ນີ້​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ.

ນາຍົກລັດຖະມົນຕີຂອງຫວຽດນາມ ໄທ ມຽນມາ(ຈາກຊ້າຍໄປຂວາ)ເຂົ້າ
ຮ່ວມກອງປະຊຸມ