ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 20:06:32    
ສ.ປ.ປ​ເກົາ​ຫຼີ​ກ່າວ​ວ່າ ຫຼັກ​ຫມັ້ນ​ທີ່​​ໃຫ້​​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ​ບໍ່​ມີ​ການ​ປ່ຽນ​ແປງ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 1 ​ເມສາ​ນີ້,ຫນັງສືພິມ​ໂຣດົງຊີ​ນມູນ​ຂອງ​ສ.ປ.ປ​ເກົາຫຼີ​ໄດ້​ພິມ​ບົດວິຈານໂດຍ​ຂຽນ​ວ່າ,ສ.ປ.ປ​ເກົາຫຼີຫວັງ​ໃຫ້​ຜ່ານ​ການ​ເຈລະຈາ 6 ຝ່າຍ​ມາ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ,​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ​ທີ່​ບໍ່​ມີສົງຄາ​ມ​ໃຫ້​ແກ່​​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເຫ​ນືອ,ນັບ​ມາ​ຮອດ​ປະຈຸ​ບັນ,ຫຼັກ​ຫມັ້ນ ດັ່ງກ່າວ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​

ບົດ​ວິຈານຂຽນ​ວ່າ,ປະຈຸ​ບັນ,ສັນຍາ​ຂອງການ​ເຈລະ​ຈາ 6ຝ່າຍ​ໄດ້​ຖືກ​​​ແກ່ຍາວ​ເລ​ລາ​ປະຕິບັດ,ຫນ້າ​ທີ່​ຮັບ​ຜິດຊອບ​ອັນ​ກົກ​ຮາກ​ແມ່ນຢູ່​ນຳ​ອາ​ເມ​ລິ​ກາ.ອາ​ເມ​ລິ​ກທັງ​ບໍ່​ໄດ້​ອີງ​ຕາມ​ຄຳ​ຫມັ້ນ​ສັນຍາ​ຂອງ​ຕົນ​​ເລີ່​ມຕົ້ນລະບຽບ​ການ​ທີ່​​ລຶບ​ຊຶ່ສ.ປ.ປ​ເກົາຫຼີ​ອອກ​ຈາກ​ລາຍ​ຊື່​ປະ​ເທດທີ່​ສະຫນັບສະ​ຫນູນ​ລັດ​ທິກໍ​ການ​ຮ້າຍ​ແລະ​ຢຸດ​​ຕິການ​ປະຕິບັດ​ກົດຫມາຍ​ການ​ຄ້າ​ປະ​ເທດ​ສັດຕູ​ຕໍ່ສ.ປ.ປ​ເກົາຫຼີ,​ແລະກໍ່​ບໍ່​ໄດ້​ສະຫນອງ​ການ​ຊ່ອຍ​ເຫຼືອ​ດ້ານ​ພະລັງງານ​ທີ່​ເຂົ້າ​ແທນ​​ໃນ​ທັນທີ