ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-03 10:13:39    
ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ສົ່ງ​ໄປ​ຮອດ​ອິສ​ຕານ​ບູນ

cri

ຕາມ​ຂ່າວສານ​ຊີ​ນຮວາ, ​ເວລາສູນ​ໂມງ5ນາທີ​ຂອງ​ວັນ​ທີ3​ເມສານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ​(ຄື​5​ໂມງ5ນາທີ​ຕາມ​ເວລາ​ປັກ​ກິ່ງ), ຍົນ​ພິ​ເສດ​ທີ່​ບັນ​ທຸກ​ທວນ​ໄຟ​ແຫ່ງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ບິນ​ຈາກ​ກາ​ຊັກ​ສະ​ຖານ​ໄປ​ຮອດ​ອິສ​ຕານ​ບູນ​ແຫ່ງ​ຕວກ​ກີ​ບ່ອນ​ທີ​ສອງ​ທີ່​ສົ່ງ​ຕໍ່​ຢູ່​ນອກ​ດິນ​ຈີນ.


ຈຸດ​ເລີ່ມ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ຢູ່​ອິສຕານ​ບູນ​ແມ່ນ​ຢູ່​ສະ​ໜາມ​ຫຼວງ​ໂບດ​ອາ​ຢາ ​ໂຊ​ເຟຍ​ທີ່​ຢູ່​ໃຈ​ກາງ​ເມືອງ, ​ເສັ້ນ​ທາງ​ສົ່ງ​ຕໍ່​ແບ່ງ​ເປັນ​3​ໄລ​ຍະ,​ຍາວ​ທັງ​ໝົດ​18,8​ກິ​ໂລ​ແມັດ, ຈະ​ມີ​ຜູ້​ສົ່ງ​80​ຄົນ​ເຂົ້າ​ຮ່ວມ​ການ​ແລ່ນ​ສົ່ງ​. ຫຼັງ​ຈາກ​ທວນ​ໄຟ​ສົ່ງ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ​ແລະ​ຈູດ​ຕໍ່​ໃສ່​ແທ່ນ​ໄຟ​ແລ້ວ,​ຈະ​ຈັດ​ການ​ສະ​ເຫຼີມ​ສະ​ຫຼອງ​ຢ່າງ​ໃຫຍ່​ໂຕ​ມະ​ໂຫ​ລານ.

ວັນທີ3ເມສານີ້,ຮອງເຈົ້າແຂວງອິສຕານບູນ(ຂວາ)ກັບທ່ານຈຽງຊ້ຽວຢູ ຮອງປະທານຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງຮ່ວມກັນ
ຊໍໄຟສັກສິດງານກິລາໂອລິມປິກ

ວັນ​ທີ2​ເມສາ​ນີ້, ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສົ່ງ​ຕໍ່​ຢູ່ອັນ​ມາຕີ ​ຕົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ກາ​ຊັກ​ສະຖານ.


1 2