ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-04 18:05:46    
ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ​ເພື່ອ​ຊຸກ​ຍູ້​ການ​ບັນ​ລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ

cri
ຕາມ​ຂ່າວCRI,​ວັນ​ທີ3​​ເມສາ​ນີ້,ທ່ານ​ລີວ​ເຈິ້ນ​ມິນ ຮອງ​ຜູ່​ຕາງ​ໜ້າ​ຖາວອນ​ຂອງ​ຈີນ​ປະ​ຈຳ​ສະ​ຫະ​ປະຊາ​ຊາດ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ​62,​ທ່ານ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາຍາມ​ຕື່ມ​ອີກ,​ໃຊ້​ມາດ​ຕະ​ການ​ຕົວ​ຈິງ,​ເພື່ອ​ຊຸກ​ຍູ້ການ​ບັນ​ລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ປະ​ຊາ​ຊາດ.

ໃນ​ເວລາ​ປ​ະກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ລິວ​​ເຈິ້ນ​ມິນ ​ເຫັນ​ວ່າ,​ສະ​ພາບ​ຄວາມ​ຄືບ​ໜ້າ​ຂອງ​ເປົ້າ​ໝາຍ​ສະຫັດສະ​ວັດ​ແຫ່ງ​ການ​ພັດທະນາ​ເຮັດ​ໃຫ້​ຄົນ​ບໍ່ພໍ​ໃຈ.​ທ່ານ​ກ່າວ​ວ່າ,​8​ປີ​ຜ່ານ​ໄປ​ແລ້ວ,ຄວາມ​ຄືບ​ໜ້າ​ຂອງ​ປະ​ເທດ​ຕ່າງໆ​ບໍ່​ສະ​ໝ່ຳສະ​ເໝີ​ກັນ​ທັງ​ຊ້າ​ເກີນ​ໄປ​ອີກ​ຊ້ຳ.​ປະ​ຊາ​ຄົມ​ໂລກ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ລະດັບ​ສູງ​ແລະ​ຄວາມ​ຮູ້​ສຶກ​ອັນ​ຮີບ​ຮ້ອນ,​ໃຊ້​ມາດ​ຕະ​ການ​ສັງ​ລວມທີ່​ບັງ​ເກີດ​ຜົນ​ເພື່ອ​ລັ່ງ​ເລັດ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ​ຫຼືMDG.

ທ່ານ​ລິວ​ເຈິ້ນ​ມິນກ່າວ​ວ່າ,ຈີນ​ເຫັນ​ວ່າ ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ,ຊຸກ​ຍູ້​ການ​ສຶກ​ສາ​ແລະ​ປັບ​ປຸງ​ສາທາລະ​ນະ​ສຸກ​ຄວນ​ຖື​ເປັນ​ໃຈກາງ​ຂອງ​ການ​ບັນ​ລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ,ສືບ​ຕໍ່​​ເສີມ​ສ້າງ​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ພວມ​ພັດທະນາ,​ເປີດ​ກວ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບດ້ານ,​ພ້ອມ​ທັງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ເຕັມທີ່.

ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ລິວ​ເຈິ້ນມິນຍັງ​ຊຸ​ກຊູ້​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ກ່ຽວຂ້ອງ.