ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-05 16:23:03    
ຜູ້​ແທນ​ອາ​ເມ​ລິ​ກາ​ແລະ​ສປປ​ເກົາ​ຫລີ​ຈະ​ຟື້ນ​ຟູ​​​ການ​ເຈ​ລະ​ຈາ​ບັນ​ຫາ​ນິວ​ເຄຼຍ​​ໃນ​ອາ​ທິດ​ໜ້າ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ​ເມສາ​ນີ້, ທ່ານ​ທອມ ຄາ​ເຊ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ທ່ານ​ຄຼິສ໌​ໂທ​ເຟີ ຮິ​ວ ຜູ້​ຊ່ວຍລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາກ່ຽວກັບ​ການ​ເຈລະຈາ 6 ຝ່າຍ​ບັນຫາ​ນິວ​ເຄຼຍ​​ແຫຼມ​ເກົາຫລີ​ຈະ​ຈັດການ​ເຈລະຈາ​ກັບ​ທ່ານ​ກິມ​ເກ​ກວນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫລີ ຫົວໜ້າ​ຄະນະ​ຜູ້​ແທນ​ສປປ​ເກົາຫລີ​ກ່ຽວ​ກັບ​ການ​ເຈລະຈາ 6 ຝ່າຍ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ 8 ​ເມສາ​ນີ້.

ນີ້​ແມ່ນ​ອາ​ເມ​ລິ​ກາ​ກັບສປປ​ເກົາຫລີ​ຈັດການ​ຫາລື​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ອີກ​ເທື່ອ​ໜຶ່ງ​ພາຍ​ໃນ​ຂອບ​ການ​ເຈລະຈາ 6 ຝ່າຍ ຫຼັງຈາກ​ທ່ານ​ຮິ​ວກັບ​ທ່ານ​ກິມ​ເກ​ກວນ​ເຈລະຈາ​ຢູ່​ເຊີ​ແນວ​ໃນ​ວັນ​ທີ 13 ມີນາ​ແລ້ວ. ​ໃນ​ການ​ເຈລະຈາ​ຢູ່​ເຊີ​ແນວ, ອາ​ເມ​ລິ​ກາ​ກັບສປປ​ເກົາຫລີ​ໄດ້​ຫາລື​ບັນຫາ​ຕ່າງໆ​ເຊັ່ນ ຮູບ​ການ​ແລະ​ເນື້ອ​ໃນ​ທີ່​ລາຍ​ງານ​ແຜນການ​ນິວ​ເຄຼຍຂອງ​ສປປ​ເກົາຫລີ, ລືບຊື່​ສປປ​ເກົາຫລີ​ອອກ​ຈາກ​ບັນຊີ​ລາຍ​ຊື່​"ປະ​ເທດ​ທີ່ສະໜັບສະໜູນ​ລັດທິ​ກໍ່​ການ​ຮ້າຍ"​ແລະ​ບັນຫາ​ອື່ນໆ, ​ແຕ່​ສອງ​ຝ່າຍ​ບໍ່​ໄດ້​ມີ​ຄວາມ​ເຫັນ​​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ບັນຫາ​ລະອຽດ​ເຊັ່ນ​ສປປ​ເກົາຫລີ​ລາຍ​ງານ​ແຜນການ​ນິວ​ເຄຼຍ.