ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-05 17:58:01    
ອະດີດ​ລັດຖະ​ມົນ​ຕີ​ກິ​ລາ​ຂອງ​ຝຣັ່ງ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: mo
ຕາມ​ຂ່າວ​CRI: ວັນ​ທີ 4 ​ເມສາ​ນີ້ ຢູ່​ທີ່​ປາລີ, ທ່ານ​​ແຈັນ ຟຼານ​ໂຄສ໌ ລາ​ໂມ ອະດີດ​ລັດຖະມົນຕີ​ກະຊວງ​ການ​ກິລາ​ຝຣັ່ງ ຜູ້​ໄດ້​​ຫຼຽນຄຳ​ແທງ​ດາບ​ໃນ​ໂອ​ລິ​ມປິກ​ສອງ​ຄັ້ງກ່າວ​ວ່າ, ທ່ານສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຄັດຄ້ານ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ທີ່​ຂວ້ຳ​ບາດງານ​ກິລາ​ໂອ​ລິມປິກ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ວົງ​ການ​ການ​ຄ້າຈີນ​​ເອີ​ລົບຈັດ​ຂຶ້ນ​​ໃນ​ວັນ​ທີ 4 ​ເມສາ​ນີ້, ທ່ານ​ລາ​ໂມ​ກ່າວ​ວ່າ:

"ພວກ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ເນັ້ນໜັກວ່າ​ແມ່ນ​ພວກ​ຂ້າພະ​ເຈົ້າຍັງ​ມີ 4 ​ເດືອນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ. ທ່ານຊາ​ມາ​ລັນແລະ​ທ່ານ​ລົກ​ເກ ປະທານ​ສອງ​ຊຸດ​ຂອງ​ຄະນະ​ກຳມະການ​ໂອ​ລິມປິກສາກົນ​​ເຄີຍ​ກ່າວ​ວ່າ ຫວັງ​ໃຫ້​ປັກ​ກິ່ງ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ສຳ​ເລັດ​ຜົນ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ. ຂ້າພະ​ເຈົ້າກໍ່​ມີ​ຄວາມ​ຄ່ອງ​ຄອຍ​ອັນ​ຈິງ​ຈັງ​ເຊັ່ນ​ດຽວ​ກັນ."

ທ່ານ​ລາ​ໂມ​ຮຽກຮ້ອງຄົນ​ທັງຫຼາຍ​ຄັດຄ້ານ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ທີ່​ຂວ້ຳບາດງານ​ໂອລິ​ມປິກ, ຮຽກຮ້ອງ​ນັກ​ກິລາ​ຝຣັ່ງ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ສະພາບການ​ແຂ່ງຂັນ​ທີ່​ດີ​ທີ່​ສຸດ.