ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 17:36:14    
ກິດຈະກຳ​ສົ່ງ​ຕໍ່​ທວນ​​ໄຟ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຢູ່​ນະ​ຄອນ​ລອນ​ດອນ​ສິ້ນ​ສຸດ​ລົງ

cri

ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ6​ເມສາ​ນີ້​ເວລາ​ທ້ອງ​ຖິ່ນ, ກິດຈະກຳ​ສົ່ງ​ຕໍ່​ທວນ​​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້ສິ້ນ​ສຸດ​ລົງຢູ່​ນະຄອນ​ລອນ​ດອນ,​ແລະ​ເດີ​ນທາງ​ໂດຍເຮືອບິນ​ພິ​ເສດ​ຖືກ​ສົ່ງ​ຕໍ່​ໄປ​ນະຄອນປາຣີ​ແຫ່ງ​ຝຣັ່ງ.

ນະຄອນ​ລອນ​ດອນ​ແມ່ນບ່ອນ​ທີ4​ທີ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົ່ງ​ຕໍ່​ຢູ່​ຕ່າງປະ​ເທດ. ທວນ​ໄຟ​ຖືກ​ສົ່ງ​ຕໍ່​ຈາກ​ສະໜາມ​ກິລາ​ເວມ​ປຼລີ ທີ່​ຢູ່​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ນະຄອນ​ລອນ​ດອນ​ໃນ​ 10​ໂມງ​ເຄິ່ງ ຂອງວັນ​ທີ6​ເມສານີ້ຕາມ​ເວລາ​ທ້ອງ​ຖິ່ນ,​ໄດ້​ຂ້າມ​ຜ່ານ​10ຄຸ້ມ​ຂອງ​ນະຄອນ​ລອນ​ດອນ, ​ໄລຍະ​ທາງ​ປະມານ50​ກິ​ໂລ​ແມັດ,​ໃຊ້​ເວລາ8​ຊົ່ງ​ໂມງ,​ແມ່ນ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົ່ງ​ຕໍ່​ຢູ່​ຕ່າງປະ​ເທດ​ເທື່ອ​ໜຶ່ງ​ທີ່​ເປັນ​ໄລຍະ​ທາງ​ຍາວ​ກວ່າ​ໝູ່,ລວມມີ​ຜູ່​ສົ່ງ​ຕໍ່​ທວນ​ໄຟ80​ຄົນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ເທື່ອ​ນີ້.

ເຖິງ​ວ່າ ມື້​ດຽວ​ກັນ,ນະຄອນ​ລອນ​ດອນ​ມີຫິມະ​ຕົກ​ໜັກ,​ແຕ່​ຍັງ​ມີຫຼາຍ​ແສນ​ຄົນ ອອກ​ໄປ​ຖະໜົນ​​ເພື່ອຕ້ອນຮັບ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ. ບ່ອນ​ທີ່​ສົ່ງ​ຕໍ່​ທວນ​​ໄຟ​ນັ້ນ​ຍັງ​ໄດ້​ຈັດການ​ສະ​ແດງ​ສິນລະປະ ​ແລະ ກິດຈະກຳ​ສະຫຼອງ​ອື່ນໆ. ທ່ານ​ກໍ​ດອນ ບຣາວ ນາຍົກລັດຖະມົນຕີອັງກິດ​ໄດ້​ຊົມ​​ກາ​ນສົ່ງ​ຕໍ່​ທວນ​ໄຟ​ຢູ່​ໜ້າ​ປະ​ຕູ​ທຳນຽບ​ນາຍົກ, ​ເຈົ້າ​ຍິງ​ອາ​ນນີກໍ່​ໄດ້​ຊົງ​ເຂົ້າ​ຮ່ວມ​ກິດຈະກຳ​ສະຫຼອງ​ຢູ່​ປາຍທາງ.