ຕາມຂ່າວCRI:ຕອນຄ່ຳວັນທີ7ເມສານີ້, ເຮືອບິນພິເສດຊື່ວ່າ"ທວນໄຟໂອລິມປິກ" ທີ່ບັນທຸກໄຟສັກສິດງານກິລາໂອລິມປິກປັກກິ່ງໄດ້ອອກຈາກນະຄອນຫຼວງປາຣີ ແຫ່ງຝຣັ່ງ,ບິນໄປສູ່"ຊານຟຼານຊິສໂກ" ບ່ອນທີ6ຂອງການສົ່ງຕໍ່ທວນໄຟສົ່ງຕໍ່ຢູ່ຕ່າງປະເທດ.
ໃນເວລາ12ໂມງ30ນາທີ ຕອນທ່ຽງວັນທີ7ເມສານີ້ ຕາມເວລາທ້ອງຖິ່ນ,ກິດຈະກຳສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງໄດ້ເລິ່ມຕົ້ນຢູ່ກ້ອງຫໍເອັຟເຟວ ສິ່ງກໍ່ສ້າງທີ່ເປັນສັນຍາລັກຂອງນະຄອນຫຼວງປາຣີ. ກິດຈະກຳສົ່ງຕໍ່ທວນໄຟສາມາດຫຼີກລ່ຽງການຂັດຂວາງກຸ່ມຕິເບດເອກະລາດຈຳນວນໜ້ອຍ, ຜ່ານຜູ່ສົ່ງຕໍ່ທວນໄຟຫຼາຍຄົນ,ໃນເວລາ17ໂມງປາຍຕາມເວລາທ້ອງຖິ່ນ, ທວນໄຟໂອລິມປິກໄດ້ສຳເລັດການສົ່ງຕໍ່ຂອງຜູ່ສຸດທ້າຍ,ຮອດສະໜາມກິລາຊາລີດີ.
ວັນທີ9ເມສານີ້,ກິດຈະກຳສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງຈະຈັດຂຶ້ນຢູ່ຊານຟຼານຊິສໂກ.
|