ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 18:01:07    
ອົງການ​ກອງ​ທຶນ​​ເງິນ​ຕາ​ສາ​ກົນ​ເຫັນ​ວ່າ, ວິ​ກິດ​ການ​ເງິນ​ກູ້​ເທື່ອ​ນີ້​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ເກືອບ​ພັນ​ຕື້​ໂດ​ລາ

cri Author: mo
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ 8 ​ເມສາ​ນີ້, ຢູ່​ວໍ​ຊີງ​ຕັນ, ອົງການ​ກອງ​ທຶນ​​ເງິນຕາສາກົນຫຼື IMF ​ເປີດ​ເຜີຍ​"ບົດ​ລາຍ​ງານ​ຄວາມ​ໝັ້ນທ່ຽງ​ຂອງ​ການ​ທະນາຄານ​ທົ່ວ​ໂລກ", ກະ​ວ່າ, ການ​ປັ່ນ​ປ່ວນ​ດ້ານ​ການ​ທະນາຄານ​ໃນ​ທົ່ວ​ໂລກ​ຍ້ອນ​ວິ​ກິດ​ການ​ເງິນ​ກູ້​ອາ​ເມ​ລິ​ກາ​ຈະ​ສ້າງ​ຄວາມ​ເສຍຫາຍ​ເຖິງ 945 ຕື້​ໂດ​ລາ​ສະຫະລັດ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ວິ​ກິດ​ການ​ເງິນ​ກູ້​​ໄດ້​ບັ່ນ​ທອນ​ເງິນ​ທຶນ​​ແລະ​ຄວາມ​ສາມາດ​ລະດົມ​ເງິນ​ທຶນ​ຂອງ​ອົງການ​ການ​​ເງິນ​ທີ່​ສຳຄັນ, ​ໄດ້​ເພີ່ມ​ຄວາມ​ສ່ຽງດ້ານ​ລະບົບ​​​ໃນ​ຂົງ​ເຂດການ​ທະນາຄານ, ທົ່ວ​ໂລກ​ຈະ​ປະ​ເຊີນກັບ​ວິ​ກິດ​ການ​ເງິນ​ທຶນ​ແລະ​ຄວາມ​ໝັ້ນ​ໃຈ​ໃນ​ໄລຍະ​ດົນ​ນານ. ບົດ​ລາຍ​ງານ​ເຫັນ​ວ່າ, ໜ້າ​ທີ່​ຈຸດ​ໜັກ​ໃນ​ສະ​ເພາະ​ໜ້າ​ນີ້​ແມ່ນ​ສະ​ໜັບ​ສະ​ໜູນຄວາມ​ໝັ້ນ​ໃຈ​ຂອງ​ອົງການ​ການ​ເງິນ, ​ເບິ່ງຈາກ​ດ້ານ​​ໄລຍະ​ກາງ​ແລ້ວ​ເຫັນ​ວ່າ, ຕະຫຼາດການ​ທະ​ນາຄາ​ນຄວນ​ປະຕິ​ຮູບ​ໃນ​ດ້ານ​ກົກ​ຮາກ.