ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 19:12:37    
ກຳມະການຂອງ​ຄະນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຕິ​ຕຽນ​ການ​ກະ​ທຳ​ທີ່​ລົບ​ກວນ​ການ​ສົ່ງ​ຕໍ່​ທວນ​ໄຟ

cri

ຕາມ​ຂ່າວ​CRI:ວັນ​ທີ8​ເມສາ​ນີ້ ​ຕາມເວລາ​ທ້ອງ​ຖິ່ນ,ຢູ່ຊານ​ຟຼານຊິ​ສ​ໂກ, ທ່ານ​ນາງ​ອານ​ນີຕາ ​ເດີຟຼາງສ ຄົນ​ອາ​ເມລກິ​ກາ ກຳມະການ​ອາວຸ​ໂຊ​ຂອງ​ຄະນະ​ກຳມະການໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ​ໄຟ​ສັກສິດ​​ໂອ​ລິ​ມປິກ​ແມ່ນ​ຂອງກິລາ​ໂອລິ​ມປິກ,ຕໍ່ການ​ກະທຳ​ທີ່ລົບ​ກວນການສົ່ງ​ຕໍ່ທວນ​ໄຟ, ນາງຮູ້​ສຶກ​ເປັນ​ຫວ່ງຫຼາຍ.

ນາງ​​ເດີຟຼາງສ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ ​ໃນ​ກອງ​ປະຊຸມ​ອົບຮົມ​ຜູ່​ສົ່ງ​ຕໍ່​ທວນ​ໄຟທີ່​ເຂົ້າ​ຮ່ວມ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ຊານ​ຟຼານຊິ​ສ​ໂກ. ​ໃນ​ຖານະ​ເປັນ​ຜູ່​ຕາງໜ້າ​ຂອງ​ທ່ານ​ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົ​ນ,​ໃນ​ກອງ​ປະຊຸມ​ດັ່ງກ່າວ,ນາງ​ໄດ້​ອະທິບາຍ​ຄວາມ​ໝາຍຂອງ​ການສົ່ງ​ຕໍ່​ທວນ​ໄຟ​ໃຫ້​ແກ່​ຜູ່ສົ່ງ​ຕໍ່​ທວນ​ໄຟຟັງ​ຢ່າງ​ລະອຽດ,ນາງກ່າວ​ວ່າ,

"​ໄຟ​ສັກສິດ​ໂອ​ລິ​ມປິກ​​ແມ່ນ​ເປັນ​ຂອງ​ກິລາ​ໂອ​ລິ​ມປິກ. ຜູ່​ສົ່ງ​ຕໍ່​ທວນ​ໄຟ​ຢ່​ແຫ່ງູ​ນີ້​ໄດ້​ມີໂອກາດ​ສຳຜັດ​ກັບ​ຄວາມ​ອັດສະຈັນ​ຂອງ​ໄຟ​ສັກສິດ​ໂອ​ລິ​ມປິກ. ​ໄຟ​ສັກສິດ​ໂອ​ລິ​ມປິກ​ເຊື່ອມ​ຕໍ່​ອະດີດ ​ແລະ ອະນາຄົດ, ມັນ​ຂຶ້ນ​ກັບ​ຜູ່​ຄົນ​ທີ່​ສະໜັບສະໜູນ​ກິລາ​ໂອ​ລິ​ມປິກ."

ຕໍ່​ການ​ກະທຳ​ທີ່​ຄົນ​ຈຳນວນ​ໜ້ອຍ​ລົບ​ກວນ​ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ລອນ​ດອນ ​ແລະ ປາຣີ, ນາງ​​ເດີ​ຟຼາງສກ່າວ​ວ່າ,

"ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ, ມີ​ຄົນ​ຈຳນວນ​ໜຶ່ງ​​ເຂົ້າ​ໃຈ​ຄວາມ​ໝາຍ​ແທ້​ຈິງ​ຂອງ​ໄຟ​ສັກສິດ​ໂອ​ລິ​ມປິກ. ພວກ​ເຂົາ​ເຈົ້າ​ຮູ້ສຶກບໍ່​ເຂົ້າ​ໃຈຄວາມ​ໝາຍ​ອັນ​ດີງາມຂອງ​ມັນ, ກ່ຽວ​ກັບ​ເລື່ອງ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ເສຍ​ໃຈຫຼາຍ."