ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 16:04:20    
ໄຟ​ສັກສິດ​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງໄປ​ຮອດ​ບົວ​ໂນ​ສ ອາຍ​ເຣັສ ນະຄອນຫຼວງ​ຂອງ​ອັກ​ຊັງ​ຕີນ

cri

ຕາມ​ຂ່າວcri:​ຕອນ​ບ່າຍ​ວັນ​ທີ10 ​ເມສາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ,​ໄຟ​ສັກສິດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​2008ໄປ​ຮອດ​ບູ​ໂນ​ສ ອາຍ​ເຣັສ ນ​ະຄອນ​ຫຼວງ​ອັກ​ຊັງ​ຕີນ.ນີ້​ແມ່ນອັກ​ຊັງ​ຕີນ​ຕ້ອນ​ຮັ​ບ​ໄຟ​ສັກສິດ​ງານ​ກິລາ​ໂອ​ລິມປິກ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ.

ມື້​ດຽວ​ກັນ,​ໃນ​ເວລາ​ພົບ​ປະ​ທ່ານ​ເຊິ່ງກ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັກ​ຊັງ​ຕີນ​ຢູ່​ທຳນຽບປະທານາທິບໍດີ,ທ່ານນາງ​ກຼິສຕິ​ນາ ​ເຟນານ​​ເດ​ສ ​ເດ ກີ​ເນີ ປະທານາທິບໍດີ​ອັກ​ຊັງ​ຕີນ​ກ່າວ​ວ່າ,ກາ​ນສົ່ງ​ຕໍ່​​ໄຟ​ສັກສິດງານ​ກິລ​າ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ບູ​ໂນ​ສ ອາຍ​ເຣັສຈະ​​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ແນ່ນອນ.ທ່ານ​ນາງ​ຍັງ​ອວຍພອນ​ປັກ​ກິ່ງ​ສາ​ມາດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ສຳ​ເລັດຜົນ.

ບົວ​ໂນ​ສ ອາຍ​ເຣັສ​ແມ່ນ​ນະຄອນ​ແຫ່ງ​ໜຶ່ງ​ແຫ່ງ​ດຽວ​ຂອງ​ທະວີບອາ​ເມ​ລິ​ກາ​ໃຕ້​ທີ່​ຈັດການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ2008.ການ​ສົ່ງ​ຕໍ່​ທວນ​ໄຟ​ຈະ​ຈັດ​ຂຶ້ນ​ໃນ​​14​ໂມງ​ ວັນ​ທີ11 ​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ.ການ​ເຄື່ອ​ນ​ໄຫວ​ຈະ​ດຳ​ເນີນ3ຊົ່ວ​ໂມງ,​ໄລຍະທາງ​ສົ່ງ​ຕໍ່​ທວນ​ໄປ​ປະມານ13ກິ​ໂລ​ແມັດ,​ມີ​80ຄົນ​ສົ່ງ​ຕໍ່​ທວນ​ໄຟ.