ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 18:32:54    
ທ່ານ​ຊາ​ມາ​ລານສ໌​ຄັດ​ຄ້ານ​ການ​ສວຍ​ໃຊ້​ໂອ​ລິມ​ປິກ​ດ້ວຍ​ຈຸດ​ປະ​ສົງ​ການ​ເມືອງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານ​​ອານ​ໂທ​​ນິ​ໂອ ຊາ​ມາລາ​ນສ໌ ປະທານ​ກິ​ຕິ​ມະ​ສັກ​ຂອງ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ໃຫ້​ສຳພາດ​​ໂດຍ​ສະ​ເພາະກ່ຽວ​ກັບ​ບັນຫາ​ຕ່າງໆ​​ເຊັ່ນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນຕົ້ນຕໍ່​ສື່​ມວນ​ຊົນ​ແອ​ສປາຍ, ທ່ານ​ກ່າວ​ວ່າ, ຫຼັງຈັດ​ງານ​ກິລາ​ໂອ​ລິ​ມປິກ, ຈີນ​ຈະ​ເປີດ​ປະຕູຫຼາຍກວ່າ​ເກົ່າ, ທ່ານ​ຄັດ​ຄ້ານ​ການ​ກະທຳ​ທີ່​ສວຍ​ໃຊ້ງານ​ກິລາ​ໂອ​ລິ​ມປິກ​ດ້ວຍ​ຈຸດ​ປະສົງ​ທາງ​ການ​ເມືອງ.

ທ່ານ​ຊາ​ມາລາ​ນສ໌ຍ້ອງ​ຍໍ​ວ່າ ວຽກ​ງານ​ຈັດຕັ້ງຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ດີ​ເດັ່ນ​ທີ່​ສຸດ.

ພ້ອມ​ກັນນັ້ນ, ທ່ານ​ຊາ​ມາລາ​ນສ໌ກ່າວ​ວ່າ, ຫຼັກການ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ປະຕິບັດ​ນັ້ນ​ແມ່ນ: ບໍ່​ໃຫ້​ມີ​ການ​ແບ່ງ​ແຍກ​ເຊື້ອ​ຊາດ ສາສະໜາ ​ແລະ​ການ​ເມືອງ. ຫຼາຍໆປະ​ເທດທີ່​ຕິຕຽນ​ປະ​ເທດ​ອື່ນ​ບໍ່​ເຄົາລົບ​ສິດທິ​ມະນຸດ​ນັ້ນຄວນ​ສຳຫຼວດຕົນ​ເອງ, ບໍ່​ຄວນ​ສວຍ​ໃຊ້​ງານ​ກິລາ​ໂອ​ລິ​ມປິກ​​ໂດຍ​ມີ​ຈຸດປະສົງ​ດ້ານ​ການ​ເມືອງ.