ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 19:05:39    
ບຸກຄົນ​ວົງ​ການ​ຂ່າວ​ຜູ້​ອາວຸ​ໂສ​ຂອງ​ຝລັ່ງຕິຕຽນ​ສື່​ມວນ​ຊົນ​ຝລັ່ງບໍ່​ໄດ້​ແຈ້ງ​ຂ່າວ​ຈີນ​ຕາມ​ຄວາມ​ຈິງ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ​ເມສາ​ນີ້ສື່​ມວນ​ຊົນ​ຝລັ່ງລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້​​ໃນ​ຂົດ​ໝາຍ​​ເປີດ​ເຜີຍທີ່ທ່ານ​ອັບ​ເຕລາ ​ໂອ​ອາ​ບີ ບຸກຄົນ​ວົງ​ການ​ຂ່າວ​ຜູ້​ອາວຸ​ໂສຂອງຝລັ່ງ​ຂຽນ​ບົດ​ຄວາມ​ໃຫ້ສື່​ມວນ​ຊົນ​ຫຼາຍ​ແຫ່ງ​ເຊັ່ນກຸ່ມ​ບໍລິສັດ​ໂທລະພາບ​ຝລັ່ງ, ສະຖານີ​ໂທລະພາບ​ໂຊງ 2 ຝລັ່ງ​ແລະໜັງສືພິມ​ເລ​ມັນ​ເຕ​ເປັນ​ຕົ້ນ​​​ເຊິ່ງ​ຂຽນ​ວ່າ, ການ​ລາຍ​ງານ​ຂອງສື່​ມວນ​ຊົນ​ຝລັ່ງຕໍ່​ຈີນ​ເຕັມ​ໄປ​ດ້ວຍ​ອະຄະຕິ, ທ່ານ​ຮຽກຮ້ອງ​ໃຫ້​ສື່​ມວນ​ຊົນ​ຝລັ່ງຈົ່ງ​ລາຍ​ງານ​ຈີນ​ຕາມ​ຄວາມ​ຈິງ​ແລະ​ສົມ​ດຸນ.

ທ່ານອັບ​ເຕລາ ​ໂອ​ອາ​ບີ​ແມ່ນ​ຜູ້​ກຳກັບ​ການສະ​ແດງ​ລາຍການ​ໂທລະພາບ, ​ເຄີຍ​ດຳ​ເນີນ​ວຽກ​ງານ​ລາຍ​ງານ​ຂ່າວ​ການ​ເມືອງ​ຕັ້ງ 30 ປີ, ​ແລະ​ໄດ້​ສຳພາດ​ປະມຸກ​ລັດ​ຫຼາຍທ່ານ.

ທ່ານ​ໂອ​ອາ​ບີ​ເຫັນ​ວ່າ, ຝ່າຍ​ຕາ​ເວັນ​ຕົກ​ບໍ່​ມີ​ຄຸນ​ວຸທິສັ່ງສອນ​ຕໍ່​ຜູ້​ອື່ນ​ໃນ​ບັນຫາ​ເຄົາລົບ​ສິດທິ​ມະນຸດ, ປະ​ເທດ​ຕາ​ເວັນ​ຕົກ​ຄວນ​ປັບປຸງ​ສິດທິ​ມະນຸດ​ຂອງ​ຕົນ​ໃຫ້​ສົມບູນ​ຂຶ້ນ​ກ່ອນ. ທ່າ​ນຊີ້​ອອກ​ວ່າ, ຊາວ​ຝລັ່ງຍັງ​ບໍ່​ເຂົ້າ​ໃຈ​ບັນຫາ​ຈີນ​ລວງ​ທັງ​ບັນຫາ​ຕິ​ເບ​ດ, ກໍ​ຍ້ອນ​ວ່າ​ສື່​ມວນ​ຊົນ​ສຳຄັນ​ຂອງຝລັ່ງ​ໄດ້​ປິດ​ບັງ​ຄວາມ​ຈິງ​ຕໍ່​ປະຊາຊົນ, ບໍ່​ໄດ້​ລາຍ​ງານ​ສະພາບ​ການ​ຕົວ​ຈິງ​ຕໍ່​ຜູ້​ອ່ານ​ທີ່​​ເສດຖະກິດ​ສັງຄົມ​ຈີນ​ພວມ​ກ້າວໜ້າ​ຢູ່.