ຕາມຂ່າວສານຊິນຮວາ: ວັນທີ 10 ເມສານີ້ຢູ່ບຼູແຊນ, ທ່ານອາດຼີອັນ ເຊີເວີຣິນ ສະມາຊິກສະພາເອີລົບຂອງພັກປະຊາທິປະໄຕສັງຄົມນິຍົມລູມານີກ່າວວ່າ, ມະຕິທີ່ສະພາເອີລົບຮັບຮອງກ່ຽວກັບສະຖານະການຕິເບດແມ່ນ"ປອມແປງ, ສາຕາສັ້ນແລະບໍ່ຮັບຜິດຊອບ."
ຕາມຂ່າວສານລູມານີລາຍງານວ່າ, ສະພາເອີລົບບໍ່ເອົາຫົວຊານຳຄວາມຈິງທີ່ພວກ" ຕິເບດເປັນເອກະລາດ"ດຳເນີນການເຄື່ອນໄຫວລະເມີດກົດໝາຍແລະຫຼັກໝັ້ນຂອງຈີນ, ໄດ້ຈັດກອງປະຊຸມຄົບຄະນະຢູ່ບຼູແຊນແລະໄດ້ຜ່ານຮັບຮອງມະຕິກ່ຽວກັບສະຖານະການຕິເບດທີ່ສະມາຊິກສະພາຕ້ານຈີນສະເໜີ.
ພາຍຫຼັງກອງປະຊຸມຄົບຄະນະສະພາເອີລົບ, ທ່ານເຊີເວີຣິນກ່າວຕໍ່ສື່ມວນຊົນວ່າ, ການຜ່ານຮັບຮອງມະຕິດັ່ງກ່າວສະແດງໃຫ້ເຫັນວ່າສະມາຊິກສະພາເອີລົບຈຳນວນໜຶ່ງເອົາບັນຫາສິດທິມະນຸດຫັນເປັນການເມືອງ, ແມ່ນບໍ່ຮັບຜິດຊອບແລະສາຍຕາສັ້ນ, ຈະເຮັດໃຫ້ການພົວພັນລະຫວ່າງຈີນກັບເອີລົບເຄັ່ງຕຶງຂຶ້ນ.
|