ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-12 16:39:36    
ໄຟ​ສັກສິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົ່ງ​ໄປ​ຮອດ​ດາ​ໄລ​ສ໌ຊາ​ລາມ

cri Author: mo
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 11 ​ເມສາ​ນີ້, ​ເວລາ​ທ້ອງ​ຖິ່ນ, ​ຍົນ​ພິ​ເສດ​ຊື່"​ໄຟ​ສັກສິດ​ໂອ​ລິ​ມປິກ"ທີ່​ບັນທຸກ​ໄຟ​ສັກສິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ອອກ​ຈາກ​ບູ​ນົສອາຍເລັສ ນະຄອນຫຼວງຂອງ​ອາກ​ຊັງ​ຕີນ, ​ເດີນທາງ​ໄປ​ດາກ​ແອດ​ສະ​ລຳ ນະຄອນຫຼວງຂອງຕັງ​ຊາ​ນີ ບ່ອນ​ທີ 8 ທີ່​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ຢູ່​ນອກ​ດິນ​ຈີນ.

ບູ​ນົສອາຍເລັສ ແມ່ນ​ບ່ອນ​ທີ 7 ທີ່​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ປັກ​ກິ່ງ. ການ​ສົ່ງ​ຕໍ່​ໄດ້​ດຳ​ເນີນ​ເປັນ​ເວລາ 2 ​ຊົ່ວ​ໂມງ​ເຄິ່ງ, ​ເລີ່​ມຈາກ​ໂຮງ​ລະຄອນ​ວົງ​ກົມ​ກາງ​ແຈ້ງ​ຂອງ​ສວນສາທາລະນະ​ຊີວະ​ພາບ​ເຂດ​ໃໝ່​​ເມືອງທ່າ, ຈຸດໝາຍປາຍທາງຢູ່​ສະ​ໂມ​ສອນ​ຂີ່​ມ້າ. ລວມມີ​ 80 ຄົນ​ເຂົ້າຮ່ວມ​ການ​ສົ່ງ​ຕໍ່, ​ໃນ​ນັ້ນ, ຜູ້​​ສົ່ງຕໍ່​ຜູ້​ທຳ​ອິດ​ແມ່ນ​ທ້າວ​ຄາລົສ ​ເອສພິ​ໂນ​ລາ ນັກ​ກິລາ​​ເຮືອ​ໃບ​ທີ່​ມີ​ຊື່​ສຽງ​ຂອງ​ອາກ​ຊັງ​ຕີນ, ຜູ້​ສຸດ​ທ້າຍ​ແມ່ນ​ທ້າວ​ກາ​ເບຼຍລາ ຊາ​ບາ​ທີ​ນີ ນັກ​ກິລາ​ເທັນ​ນິສທີ່​ມີ​ຊື່​ສຽງ​ຂອງ​ອາກ​ຊັງ​ຕີນ.

ວັນ​ທີ 13 ​ເມສາ​ນີ້, ການ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ຢູ່​ນະຄອນຫຼວງດາກ​​ແອດສະ​ລຳ.