ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-12 20:00:10    
ກຸ່ມ 24 ປະ​ເທດ​ເຕືອນ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ເພີ່ມ​ການ​ຊ່ອຍ​ເຫຼືອ​ຕໍ່​ປະ​ເທດ​ພວມ​ພັດທະນາ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ​ເມສາ​ນີ້ຢູ່​ວໍ​ຊີງ​ຕັນ, ກຸ່ມ 24 ປະ​ເທດ​ທີ່​ປະກອບ​ດ້ວຍ​ປະ​ເທດ​ພວມ​ພັດທະນາ​ໄດ້​ອອກ​ຖະ​ແຫຼ​ງການ, ​ເຕືອນ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ເພີ່ມ​ການ​ຊ່ອຍ​ເຫຼືອ​ຕໍ່​ປະ​ເທດ​ພວມ​ພັດທະນາ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທຸກ​ຍາກ, ​ເພື່ອ​ຊ່ອຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ມາ​ຈາກການ​ປັ່ນ​ປ່ວນ​ດ້ານການ​ທະນາຄານແລະອັດຕາ​ເງິນ​​ເຟີ້​​ເພີ່ມ​ຂຶ້ນ​ໃນທົ່ວ​ໂລກ​ໃນ​ປັດຈຸບັນ.

ພາຍຫຼັງ​ຈັດ​ກອງ​ປະຊຸມລະດັບ​ລັດຖະມົນຕີກຸ່ມ 24 ປະ​ເທດອອກ​ຖະ​ແຫຼງການວ່າ, ​ເສດຖະກິດ​ໂລກ​ພວມ​ເຂົ້າ​ສູ່​ໄລຍະ​ຫຍຸ້ງຍາກ, ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ວິກິດ​ການ​ຊຸດ​ຮ້າຍ​ລົງ​ຕື່ມ​ອີກ, ປະ​ເທດ​ຕ່າງໆ​ເພີ່ມ​ທະວີ​ການ​ປະສານ​ງານ​ທາງ​ນະ​ໂຍບາຍ​ແລະ​ການ​ຮ່ວມ​ມື​ສາກົນ​ນັ້ນແມ່ນ"ສຳຄັນ​ທີ່​ສຸດ".

ຖະ​ແຫຼ​ງການ​ໄດ້​ສະ​ແດງ​ຄວາມເອົາ​ໃຈ​ໃສ່​ນຳ"ຜົນ​ຮ້າຍ​ຢ້ອນ​ຫຼັງ"ອັນ​ໜັກໜ່ວງຍ້ອນ​ລາຄາ​ອາຫານ​ແພງ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ປັດຈຸບັນ, ຮຽກຮ້ອງ​ໃຫ້​ທະນາຄານ​ໂລກ​ວາງ​ມາດ​ຕະການ​ທີ່​ສົມ​ຄູ່, ​ເພີ່ມ​ການ​ຊ່ອຍ​ເຫຼືອ​ທາງເສດຖະກິດ​ຕໍ່​ປະ​ເທດ​ທີ່​ຖືກຜົນ​ສະທ້ອນ, ​ແລະ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຫຼຸດ​ເງິນ​ອຸດໜູນດ້ານ​ກະສິກຳ​ຢ່າງ​ຫຼວງ​ຫຼາຍ​ທີ່​ທຳລາຍ​ປະ​ເທດ​ພວມ​ພັດທະນາ​ແລະ​ສະໜອງ​ການ​ຊ່ອຍ​ເຫຼືອ​ອາຫານ​ໂດຍ​ດ່ວນ​ໃຫ້​​ໂຄງການ​ອາຫານ​ໂລກ​ສະຫະ​ປະຊາ​ຊາດ