ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-12 20:04:21    
ຜູ້​ແທນ​ສະຫະພັນ​ສະພາ​ນາໆ​ປະ​ເທດ​ກ່າ​ວວ່າ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ຄວນ​ຊີ້​ຕີນຊີ້​ມື​ຕໍ່ບັນຫາ​ຕິ​ເບ​ດ

cri

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ສະມາຊິກ​ສະພາ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 118 ຂອງ​ສະຫະພັນ​ສະພາ​ນາໆປະ​ເທດທີ່​ຈະ​ຈັດ​ຂຶ້ນ​ຢູ່​ອາ​ຟຼິກາ​ໃຕ້​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ຊີ້​ຕີ​ນຊີ້​ມື​ຕໍ່​ຈີນ​​ໃນ​ບັນຫາ​ຕິ​ເບ​ດ, ​ເຫັນ​ວ່າ​ນີ້​​ເປັນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງ​ຈີນ​, ​ແລະບໍ່​ເອົາ​ຫົວຊາ​ນຳ​ຄວາມ​ຈິງ​ປະຫວັດສາດ.

ທ່ານ​ຊູຣູ ສະມາຊິກ​ສະພາຕ່ຳ​ຊອກ​ດາ​ນີກ່າວ​ວ່າ, ຕິ​ເບ​ດ​ແມ່ນ​ພາ​ກສ່ວນ​ໜຶ່ງ​ຂອງ​ດິນ​ແດນ​ຈີນ, ນີ້​ແມ່ນ​ຄວາມ​ຈິງ​ປະຫວັດສາດ. ທ່ານ​ຫວັງ​ໃຫ້​ສື່​ມວນ​ຊົນ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ຢ່າ​ຊີ້​ຕີນ​ຊີ້​ມື​ຕໍ່​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ​ແຮ່ງ​ບໍ່​ຄວນຍຸຍົງ​ພວກ​ແຍກ​ຕິ​ເບ​ດ​ເປັນ​ເອກະລາດ​ແບ່ງ​ແຍກ​ປະ​ເທດ.

ທ່ານ​ຄາ​ເນ​ຟ​ເຊ ສະມາຊິກ​ສະພາ​ແຫ່ງ​ຊາດ​ບຸນ​ກາລີ​ກ່າວ​ວ່າ, ງານ​ກິລາ​ໂອ​ລິມປິກ​ແມ່ນ​ງານ​ກິລາ​ມະ​ໂຫລານ​ຮ່ວມ​ກັນ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນໂລກ, ຜູ້​ມີ​ມະ​ໂນ​ທຳ​ໃດໆ​ລ້ວນ​ແຕ່​ຈະບໍ່​ອະນຸຍາດ​ການ​ກະທຳ​ທີ່​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ. ການ​ກະທຳ​ຂອງພວກ​ແຍກ​ຕິ​ເບ​ດ​ເປັນ​ເອກະລາດ​ບາງ​ຄົນທີ່​ເຈ​ຕະນາຍາດ​ຊິງ​​ແລະ​ດັບ​ມອດ​ໄຟ​ສັກສິດ​ໂອ​ລິ​ມປິກ​ເຮັດ​ໃຫ້​ຄົນ​ເບື່ອ​ໜ່າຍ, ​ເປັນ​ການປະໝາດ​ນ້ຳ​ໃຈ​ໂອ​ລິມປິກ.