ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-13 16:03:57    
IMFຮຽກຮ້ອງ​​ໃຫ້​ຮ່ວມ​ມື​ລະ​ຫວ່າງ​ຊາດ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທີ່​ເສດ​ຖະ​ກິດ​ໂລກ​ປະ​ເຊີນ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 12 ​ເມສາ​ນີ້, ຄະນະ​ກຳມະການ​ເງິນຕາ​ແລະ​ການ​ທະນາຄານ​ສາກົນ ຊື່​ງ​ເປັນ​ອົງການ​ຕັດສິນ​ນະ​ໂຍບາຍ​ຂອງ​ອົງການ​ກອງ​ທຶນ​​ເງິນຕາສາກົນຫຼືIMFກ່າວ​ເນັ້ນວ່າ, ການ​ທ້າ​ທາຍ​ທີ່​ເສດຖະກິດ​ໂລກ​ປະ​ເຊີນ​ແມ່ນ​ມີ​ລັກສະນະ​ທົ່ວ​ໂລກ, ຮັບ​ມື​ກັບ​ການ​ທ້າ​ທາຍ​ເຫຼົ່ານີ້​ຕ້ອງການ​ການ​​ເຄື່ອນ​ໄຫວ​ທີ່​ແຂງ​ແຮງ​ແລະ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ລະຫວ່າງ​ສະມາຊິກ​ຕ່າງໆ.

ພາຍຫຼັງຈັດ​ກອງ​ປະຊຸມ​ລະດັບລັດຖະມົນຕີ​ເທື່ອທີ 17 ຢູ່​ວໍ​ຊີງ​ຕັນ​​ໃນ​ວັນ​ທີ 12 ​ເມສາ​ນີ້​ແລ້ວ, ຄະນະ​ກຳມະການ​ດັ່ງກ່າວ​ອອກ​ຖະ​ແຫຼງການ​ວ່າ, ຄວາມ​ບໍ່​ໝັ້ນທ່ຽງ​ດ້ານການ​ທະນາຄານ​ຂອງ​ໂລກ​ເພີ່ມຂຶ້ນ, ​ເສດຖະກິດ​ໂລກ​ເຕີບ​ໂຕ​ຊ້າ​ລົງ, ປີ​ນີ້​ແລະ​ປີໜ້າມີ​ອະນາຄົດ​​ເຕີບ​ໂຕ​ຊຸດ​ຮ້າຍ​ລົງ. ສະນັ້ນ, ຜູ້​ຕັດສິນ​ນະ​ໂຍບາຍ​ຄວນ​ສືບ​ຕໍ່​ໃຊ້​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການ​ການ​ທະນາຄານ, ສະໜັບສະໜູນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ​ແລະ​ຮັບປະກັນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​​ໃຫ້ໄດ້.

ທ່ານ​ໂຈ່​ວສຽວ​ສວນ ຜູ້​ວ່າການ​ທະນາ​ຄານ​ປະຊາຊົນ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ວ່າ, ປີ 2008, ​ເສດຖະກິດ​ໂລກ​ໄດ້​ປະ​ເຊີນ​ກັບຄວາມ​ບໍ່​ແນ່ນອນ​ຫຼາຍຢ່າງ, ​ໃນ​ນັ້ນ, ບັນຫາ​ໃຫຍ່​ກວ່າ​ໝູ່​ກໍ່​ແມ່ນ​ວິ​ກິດ​ການ​ເງິນ​ກູ້​ຂອງ​ອາ​ເມ​ລິ​ກາ​ພາ​ໃຫ້​ເກີດ​ຄວາມວຸ້ນວາຍ​ໃນ​ຕະຫຼາດການ​ທະນາຄານ.