ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-13 16:15:02    
ເຈົ້າ​ໜ້າ​ທີ່​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ກ່າວ​ວ່າ​ຄັດຄ້ານ​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ຫັນ​ເປັນ​ການ​ເມືອງ

cri

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້,​ ​ບຸກຄົນ​ການ​ເມືອງ​ທີ່​ສຳຄັນ​ແລະເຈົ້າ​ໜ້າ​ທີ່​ຂອງຕ່າງປະ​ເທດ​ຈຳນວນ​ໜຶ່ງ​ກ່າວ​ວ່າ​ຄັດຄ້ານ​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ຫັນ​ເປັນ​ການ​ເມືອງ, ​ແລະ​ກ່າວ​ປະນາມການ​ເຄື່ອນ​ໄຫວ​ທີ່​ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ວັນ​ທີ 12 ​ເມສາ​ນີ້​ຢູ່​ທີ​ພຽງ​ຢາງ, ​ໂຄສົກ​ຄະນະ​ກຳມະການ​​ໂອ​ລິມປິກສ.ປ.ປ.​ເກົາ​ຫຼີ​​ໄດ້ໃຫ້​ສຳພາດ​, ກ່າວ​ປະນາມຢ່າງ​ຮຸນ​ແຮງ​ຕໍ່​ບາງ​ອິດ​ທິກຳລັງ​ບໍ່ດີທີ່​ທຳລາຍ​ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ກ່າວ​ວ່າການ​ກະທຳ​ເຫຼົ່າ​ນີ້​ແມ່ນ​ການ​ທ້າ​ທາຍ​ຕໍ່​ທັດສະນະ​ຄະຕິ​ໂອ​ລິ​ມປິກ.

ວັນ​ທີ 11 ​ເມສາ​ນີ້, ທ່ານ​ຄົນ​ສທັນ​ຕິນ ​ໂຄ​ຊາ​ເຊ​ຟ ປະທານ​ກຳມາທິການວຽກ​ງານ​ສາກົນຂອງ​ສະພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ໄດ້​ຕິຕຽນຢ່າງ​ເຂັ້ມ​ງວດ​ຕໍ່​ການ​ກະທຳ​ແລະ​ຄວາມ​ເວົ້າ​ທີ່​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ຫັນ​ເປັນ​ການ​ເມືອງ​. ທ່ານ​ກ່າວ​ວ່າດ ການ​ທະ​ທຳ​ຂອງ​ບາງ​ຄົນ​ທີ່​ລົບ​ກວນ​ງານ​ກິລາ​ໂອ​ລິ​ມປິກ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ແມ່ນ"ອະນຸຍາດ​ບໍ່​ໄດ້​ຢ່າງ​ເດັດຂາດ", ງານ​ກິລາ​ໂອ​ລິ​ມປິກ​ຄວນ​ຢູ່​ນອກ​ການ​ເມືອງ.

ວັນ​ທີ 11 ​ເມສາ​ນີ້, ທ່ານ​ສົມ​ນັສ ຊາ​ເທີ​ຈີ ປະທານ​ສະພາ​ຕ່ຳ​ອິນ​ເດຍກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ກິລາ​ມະ​​ໂຫລານ​ຂອງ​ທົ່ວ​ໂລກ, ບໍ່​ຄວນ​ພົວ​ພັນ​ກັບ​ບັນຫາ​ການ​ເມືອງ. ຝ່າຍ​ອິນ​ເດຍຈະພະຍາຍາມ​ສຸດ​ຂີດ​ເພື່ອ​ຮັບປະກັນ​ການ​ສົ່ງ​ຕໍ່​ທວນ​ໄຟຈັດ​ຂຶ້ນ​ຢ່າງ​ສຳ​ເລັດຜົນ. ທ່ານ​ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.