ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-13 16:19:49    
ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົ່ງ​ຮອດດາກ​​ແອັດ​ສະ​ລຳ

cri

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 12 ​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຍົນ​ພິ​ເສດ​ທີ່​ບັນທຸກ​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ອອກ​ຈາກ​ບູ​ໂນ​ສອາຍ​ເຣັສ ນະຄອນ ຫຼວງອັກ​ຊັງ​ຕີນ​​ໄປ​ຮອດບ່ອນ​ທີ​ແປດ​ຂອງ​ການ​ສົ່ງ​ຕໍ່​ທວນ​ໄຟ​​ໃນ​ທົ່ວ​ໂລກ​ເທື່ອ​ນີ້, ​ແລະກໍ​ແມ່ນ​ຕົວ​ເມືອງ​ພຽງ​ດຽວ​ຂອງ​ອາ​ຟຼິກາ​ທີ່​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຄື: ດາກ​​ແອັດ​ສະ​ລຳ ນະຄອນຫຼວງ​ຕັງຊາ​ນີ.

ການ​ສົ່ງ​ຕໍ່​ທວນ​ໄຟ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ດາກ​ແອັດ​ສະ​ລຳໃນ​ວັນ​ທີ 13 ​ເມສາ​ນີ້​, ​ເສັ້ນທາງ​ສົ່ງ​ຕໍ່​ຈະ​ເລີ່​ມຈາກ​ສະຖານີທຳ​ອິດຂອງ​ທາງ​ລົດ​ໄຟ​ຕັງ​ຊາ​ນີ-ຊຳ​ບີ​ທີ່​ຈີນ​ຊ່ອຍ​ສ້າງ​ເມື່ອ​ຊຸມ​ປີ1970​, ​​ແລະ​ສິ້ນ​ສຸດ​ລົງ​ຢູ່​ສະໜາມກິລາ​ແຫ່ງ​ຊາດ​ໃໝ່​ຂອງ​ຕັງຊາ​ນີທີ່​ຈີນ​ຊ່ອຍ​ສ້າງ​ໃນ​ສະຕະວັດ​ໃໝ່, ​ໄລຍະ​ທາງທັງ​ໝົດ​ 5 ກິ​ໂລ​ແມັດ, ການ​ສົ່ງ​ຕໍ່​ທວນ​ໄຟ​ຈະ​ມີ 80 ຄົນ​ທີ່​ມາ​ຈາກ​ຕັງຊາ​ນີ ຈີນ​ແລະ​ປະ​ເທດ​ອາ​ຟຼິກາ​ຈຳນວນ​ໜຶ່ງມາ​ເຮັດ​ສຳ​ເລັດ​ພ້ອມ​ກັນ.