ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-17 11:56:16    
ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ທີ່​ທ່ຽວ​ຢູ່​ຕິ​ເບດ​ກ່າວ​ວ່າ​ຕຳ​ຫຼວດ​ຈີນ​ແມ່ນ​ປະ​ຕິ​ບັດ​ໜ້າ​ທີ່​ເພື່ອ​ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ

cri
ຕາມ​ຂ່າວສາ​ນຊິນ​ຮວາ,​​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້,​ທ່ານຈິມ​ເຄຼສ​ຕັນ ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ທີ່​ເຫັນ​ເຫດ​ການ​ຈະ​ລາ​ຈົນ​14​ມີນາ​ທີ່​ລາ​ຊາ​ກັບ​ຕາ​ກ່າວ​ວ່າ,ການ​ທີ່​ໃຊ້​ຄຳ​ວ່າ"ປາບ​ປາມ"ມາ​ຕີ​ລາ​ຄາ​ລັດ​ຖະ​ບານ​ຈີນ​ຈັດ​ການ​ກັບ​ເຫດ​ການ​ຈະ​ລາ​ຈົນ​ທີ່​ລາ​ຊາ​ຕິ​ເບ​ດນັ້ນ​​ແມ່ນ​ບໍ່​ຖືກ​ຕ້ອງ,​ເພາະ​ຕຳ​ຫຼວດ​ຈີນ​ແມ່ນ​ປະ​ຕິ​ບັດ​ໜ້າ​ທີ່,​ເຮັດ​ໃຫ້​ນະຄອນ​ລາ​ຊາ​ຟື້ນ​ຟູ​ສູ່​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ແລະ​ຄວາມ​ສະ​ຫງົບ.​ທ່ານ​ຍັງ​ກ່າວ​ເນັ້ນ​ອີກ​ວ່າ,​ພວກ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ກອງ​ທະ​ຫານ,​ບໍ່​ມີ​ຄົນ​ຖື​ອາ​ວຸດ​ແມ່ນ​ແຕ່​ຕຳ​ຫຼວດ​ປະ​ຈຳ​ປ້ອມ​ກວດ​ກາ​ກໍ່​ຍັງບໍ່​ໄດ້​ຖື​ອາວຸດ​ເລີຍ.

ທ່ານ​ເຄຼສຕັນ​ຍັງ​​ໄດ້ສະ​ແດງ​ຄວາມ​ເສຍດາຍ​ແລະ​ບໍ່ພໍ​ໃຈ​ຕໍ່​ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ເຊິ່ງ​ລວມ​ທັງ​CNN​ທີ່​ລາຍ​ງານ​ຂ່າວ​ບິດ​ເບືອນ​ເຫດ​ການ​ຈະ​ລາ​ຈົນ​14​ມີ​ນາ.​ທ່ານ​ຍົກ​ຕົວ​ຢ່າງ​ວ່າ,​ໜັງ​ສື​ພິມ​ຫຼາຍ​ສະບັບ​ຂອງ​ອາ​ເມ​ລິ​ກາລ້ວນ​ແຕ່​​ເຄີຍລົງ​ພິມ​ຮູບ​ພາບ​ທີ່​ທະ​ຫານ​ໃຊ້​ໄມ້​ຄ້ອນ​ທຸບ​ຕີ​ຜູ່​ສະ​ແດງ​ກຳ​ລັງ​ຈຳ​ນວນ​ໜຶ່ງ​ແລະ​ບອກ​ວ່າ​ນັ້ນ​ແມ່ນ​ທະ​ຫານ​ຈີນ,​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທະຫານ​ຈີນ,​ຮູ້​ດີ​ວ່າ​ເຂົາ​ເຈົ້າ​ແມ່ນ​ນຸ່ງ​ເຄື່ອງ​ແບບ​ໃດ,​ຄວາມ​ຈິງ​ແລ້ວ​ຄົນ​ໃນ​ພາບ​ນັ້ນ​ລ້ວນ​ແຕ່​ແມ່ນ​ທະຫານ​ເນ​ປານ.