|
 |
(GMT+08:00)
2008-04-17 16:37:21
|
 |
ສື່ມວນຊົນຕາເວັນຕົກຈຳນວນໜຶ່ງເປີດເຜີຍທາດແທ້ຂອງດາໄລລາມະ
cri
Author: d
ຕາມຂ່າວCRI: ຫວ່າງມໍ່ໆນີ້ ສື່ມວນຊົນຕາເວັນຕົກຈຳນວນໜຶ່ງໄດ້ພິມບົດຄວາມເພື່ອເປີດເຜີຍທາດແທ້ຂອງດາໄລລາມະທີ່ປ່າວຂ່າວຢາກໃຫ້ຕິເບດເປັນເອກະລາດ.
ຫວ່າງກ່ອນນີ້ ວາລະສານສເຕີນຂອງເຢຍລະມັນພິມບົດຄວາມກ່າວວ່າ,ຝ່າຍຕາເວັນຕົກຖືດາໄລລາມະເປັນພະທີ່ຢູ່ໃນສິນກິນໃນທຳແທ້ໆ,ພຸດທະສາສະໜາຈະບໍ່ຫຍຸ້ງກ່ຽວກັບທາງໂລກ,ສະນັ້ນຊາວຕາເວັນຕົກສ່ວນຫຼາຍຄຶດວ່າ ດາໄລລາມະແມ່ນຄົນອ່ອນໂຍນ ບໍ່ໃຊ້ຄວາມຮຸນແຮງ.ເຖິງວ່າເກີດເຫດການຈະລາຈົນຢູ່ລາຊາກໍ່ຍາກທີ່ຈະປ່ຽນແປງຄວາມຄຶດດັ່ງກ່າວຂອງຝ່າຍຕາເວັນຕົກ.ແຕ່ວ່າ,ແຕ່ກ່ອນ ດາໄລລາມະແມ່ນປົກຄອງຕິເບດທີ່ມີຂ້າທາດກວມປະຊາກອນ95%ຂຶ້ນໄປ,ຊາວຕິເບດສ່ວນຫຼາຍບໍ່ໄດ້ຮັບອະນຸຍາດໃຫ້ໄປຮຽນ.ດາໄລລາມະຕິຕຽນລັດຖະບານຈີນປະຕິບັດ"ການດັບສູນວັດທະນະທຳ,ທີ່ຈິງແລ້ວແມ່ນບໍ່ມີຄວາມຮັບຜິດຊອບ.
ຫວ່າງມໍ່ໆນີ້ ຜູ່ຊ່ຽວຊານຜູ່ໜຶ່ງຂອງສະຖາບັນຄົ້ນຄວ້າສັນຕິພາບສາກົນສະຕັອກໂຮມຂອງຊູແອັດກ່າວຕໍ່ສື່ມວນຊົນວ່າ,ທ່ານໄດ້ວິເຄາະເນື້ອໃນປະຖາກະຖາຂອງດາໄລລາມະຢູ່ປະເທດຕາເວັນຕົກແລ້ວ,ໃນນັ້ນມີ70%ແມ່ນຄຳຂວັນງາມໆ,30%ແມ່ນຄວາມວິຕົກກັງວົນຕໍ່ຄວາມເປັນຈິງຂອງຕິເບດ,ແຕ່ສຳລັບການພັດທະນາຂອງຕິເບດໃນຫຼາຍປີມານີ້,ໂດຍສະເພາະແມ່ນການປຽບທຽບກັບຕິເບດໃນໄລຍະລະບອບຂ້າທາດ,ພັດບໍ່ໄດ້ກ່າວເຖິງປານໃດ.
ວັນທີ16ເມສານີ້ ເວັບໄຊຂອງໜັງສືພິມລຽນເຫີຈາວປ້າວຂອງສິງກະໂປພິມບົດຄວາມຊີ້ອອກວ່າ,ໃນບັນຫາຕິເບດ,ຝ່າຍທີ່ໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່ແມ່ນປະຊາຊົນຕິເບດ,ຊັ້ນຄົນໃນສັງຄົມສ່ວນຫຼາຍຂອງຕິເບດບໍ່ຢາກໃຫ້ຊີວິດການເປັນຢູ່ຂອງຕົນເອງໄດ້ຮັບຜົນສະທ້ອນຈາກພວກທີ່ຢາກໃຫ້ຕິເບດເປັນເອກະລາດ.
|
|
|