ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-20 17:58:50    
ຊາວ​ຈີນ​ຢູ່​ເອີ​ລົບ ​ແລະ ອາ​ເມ​ລິ​ກາ​ສະ​ແດງ​ກຳ​ລັງ​ໂດຍ​ສັນຕິ​ເພື່ອສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິ​ມປິກ ​ແລະ ປະ​ທ້ວງ​ສື່​ມວນ​ຊົນ​ທີ່ບໍ່​ຍຸດຕິ​ທຳ

cri
ຕາມ​ຂ່າວ​CRI:ວັນ​ທີ19​ເມສາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ຊາວ​ຈີນ ​ແລະ ຊາວ​ຈີນ​ຕ່າງ​ຕ້າວ​ຢູ່​ນະຄອນປາຣີ ​ແຫ່ງ​ຝຣັ່ງ, ນະຄອນ​​ແບກ​ແລນ​ ​ແຫ່ງ​ເຢັຍລະ​ມັນ,ນະຄອນລອນ​ດອນ​ ​ແຫ່ງ​ອັງກິດ ,​ ​ພ້ອມ​ທັງ​ນະຄອນວໍ​ຊິງ​ຕັນ ​​ແລະ ​ໂລ​ສ໌ ​ເອັນ​ເຈີ​ລິສ​ແຫ່ງ​ອາ​ເມ​ລິ​ກາ​ໄດ້​​ເຕົ້າ​ໂຮມ​ກັນ​​ແຫ່​ຂະ​ບວນຢ່າງຂະໜາດ​ໃຫຍ່,ອອກສຽງ​ສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຄັດ​ຄ້ານ"ພວກ​ຕິ​ເບ​ດ​ເອກະລາດ",ຄັດຄ້ານການ​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິ​ກ​ຫັນ​ເປັນ​ການ​ເມື​ອງ, ພ້ອມ​ທັງ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ບົດ​ລາຍ​ງານຂ່າວ​ທີ່ບິດ​ເບືອນ​​ຈີນ​ຂອງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ຫວ່າງ​ມໍ່ໆ​ນີ້.