ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-21 16:59:17    
ນັກ​ກິລາ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ຄອງ​ຄອຍ​​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ແຈ້ງ​ຂ່າວ​ວ່າ, ​ໃນ​ງານນັກ​ກິລາ​ໂອ​ລິ​ມປິກອ​າ​ເມ​ລິ​ກາ​ພົບ​ປະ​ກັບ​ສື່​ມວນ​ຊົນ ​ທີ່​ຈັດ​ຂຶ້ນ​ຢູ່​ຊີ​ຄາ​ໂກຫວ່າງ​ມໍ່ໆ​ນີ້, ນັກ​ກິລາ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາຫຼາຍຄົນ​ໄດ້​ສະ​ແດງ​ຄວາມ​ຄອບ​ຄອຍ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ໃນ​ງານ​ພົບ​ປະ, ນາງ​ອັບ​ບີ ​ແວັມບັກ ກອງ​ໜ້າ​ທີ​ມບານ​ເຕະ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ເປົ້າໝາຍຂອງ​ພວກ​ເຮົາ​ແມ່ນ​ຕາງໜ້າ​ປະ​ເທດຊາດ​ດ້ວຍ​ສະພາບ​ທີ່​ດີ​ທີ່​ສຸດ, ​ເພື່ອ​​ສົ່ງ​ເສີມສັນຕິພາບ​​ໂລກ​ແລະ​ກິລາ​ໂອ​ລິມປິກ.

ນາງ​ໂອ​ເຣລີ ນັກ​ກິລາທີ​ມບານ​​ເຕະ​ທີ່​ມີ​ຊື່​ສຽງອີກ​ຜູ້​ໜຶ່ງຂອງອາ​ເມ​ລິ​ກາ​​​ເວົ້າວ່າ, ຂ້ອຍຮູ້ສຶກ​ຜິດ​ຫວັງ​ຕໍ່​ບາງຄົນທີ່​ບໍ່​ເອົາ​ຫົວຊາ​ນຳ​ຄວາມ​ໝາຍ​ແທ້​ຈິງ​ຂອງ​ງານ​ກິລາ​ໂອ​ລິມປິກ.

ທ່ານ​​ໄມ​ໂຄ ​​ເຟວສ໌ ນັກ​ກິລາລອຍ​ນ້ຳ ຜູ້​ໄດ້ຫຼຽນຄຳ 6 ຫຼຽນ​ໃນງານ​ກິລາ​ໂອ​ລິ​ມປິກ​​ເວົ້າວ່າ, ຂ້ອຍເຄີຍ​ໄປ​ປັກ​ກິ່ງຫຼາຍ​ເທື່ອ, ​ໄດ້​ເຫັນ​ປະ​ຊາ​ຊົນຜູ້​ໃດ​ກໍ່​ໜ້າ​ເບີກ​ຕາ​ບານ, ປີ​ນີ້​ແມ່ນ​ປີ​ໂອ​ລິ​ມປິກ, ສະນັ້ນ, ການ​ກະກຽມ​ດີໆ​​ເພື່ອໄປ​ຮ່ວມ​ງານ​ກິລາ​ຢູ່​ປັກ​ກິ່ງ​ແມ່ນ​ເລື່ອງ​ທີ່​ຂ້ອຍ​ຄອງ​ຄອຍ.