ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 17:45:25    
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ສຳ​ຫຼວດ​ຄືນ​ຕໍ່​ການ​ລາຍ​ງານ​ຂ່າວ​ບິດ​ເບືອ​ນຈີນ​ຂອງ​ຝ່າ​ຍາ​ຕາ​ເວັນ​ຕົກ

cri
ຕາມ​ຂ່າວCRI,ຫວ່າງ​ມໍ່ໆ​ນີ້,ສື່​ມວນ​ຊົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໄດ້​ພິມ​ບົດ​ຄວາມ​ເພື່ອ​ສຳ​ຫຼວດຄືນ​ຕໍ່​ສື່​ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ລາຍ​ງານ​ຂ່າວ​ບິດ​ເບືອນ​ຄວາມ​ຈິງ​ກ່ຽວ​ກັບ​ໄລ​ຍະ​ຕົ້ນ​ຂອງ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ.

ໜັງສືພິມ​ເລີ​ຟິກາ​ໂລຂອງ​ຝະຣັ່ງສະບັບ​ວັນ​ທີ21​ເມສາ​ນີ້​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ທ່ານ​ນິ​ໂຄ​ລັສ ຊາ​ໂຄ​ຊີ ປະທານາທິບໍດີ​ຝະຣັ່ງ ​ສົ່ງ​ຈົດໝາຍ​ຢື້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ນາງ​ຈິ່ນຈິ່ງ ຜູ່​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ຈີນ​ທີ່​ຖືກ​ຍາດ​ທວນ​ໄຟ​ໃນ​ເວລາ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ປາຣີ​ແລະ​ເຊື້ອ​ເຊີນ​ນາງ​ໄປ​ຢ້ຽມ​ຢາມ​ຝະຣັ່ງ.ຂ່າວ​ລາຍ​ງານ​ວ່າ,​ການ​ກະ​ທຳ​ດັ່ງກ່າວ​ຂອງ​ທ່ານ​ຊາ​ໂຄ​ຊີ,​ຄວາມ​ຈິງ​ແມ່ນ​ເພື່ອ​ກ່າວ​ປະ​ນາມ​ການ​ປະພຶດ​ທີ່​ຊົ່ວ​ຮ້າຍ​ຂອງ​ຄົນ​ຝະຣັ່ງ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ສັກສິດ.​ມື້​ດຽວ​ກັນ,​ໜັງ​ສື​ພິມ​ເລີ​ຟີ​ກາ​ໂລ​ຍັງ​​ໄດ້ພິມ​ບົດ​ວິຈານ​ໂດຍ​ຂຽນ​ວ່າ,​ໃນ​ໄລ​ຍະ​ໜຶ່ງ​ຜ່ານ​ມາ,​ຝະ​ຣັ່ງ​ປະ​ກົດ​ມີ​ສຽງ​ຕ້ານຈີນ,ຄວາມ​ຈິງ​ແລ້ວ​ແມ່ນສະ​ແດງ​ໃຫ້​ເຫັນ​ການ​ຢ້ານ​ກົວ​ ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ໂດຍ​ອ້າງ​ວ່າ"ປົກ​ປ້ອງ​ສິດທິ​ມະນຸດ"​ແຕ່​ທີ່​ຈິງ​ແລ້ວ​ແມ່ນ​ລັດທິ​ຊາດ​ນິຍົມ​ທີ່​ເອົາ​ທັດ​ສະ​ນະ​ຄະ​ຕິ​ດ້ານ​ຄຸນຄ່າ​ມາ​ບັງ​ໜ້າ.

ຫວ່າງ​ມໍ່​ໆ​ນີ້,ທ່ານ​ນາລາ​ຊິ​ມຮານ ລາມ ຫົວໜ້າ​ບັນນາທິການ​ຂອງ​ໜັງສືພິມ​ເດີ​ຮິນ​ດູ ກ່າວ​ວ່າ,ກຸ່ມ​ດາ​ໄລລາ​ມະ​ກ່າວ​ຟ້ອງ​ວ່າຈີນ​ຈຳກັດ​​ເສລີພາບ​ດ້ານ​ການ​ເຊື່ອ​ຖື​ສາ​ສະ​ໜາ​ນັ້ນ​ແມ່ນ​ບໍ່​ຖືກ​ກັບ​ຄວາມ​ຈິງ.​ເຂດ​ຕິ​ເບ​ດມີ​ວັດວາອາ​ຮາມ​ແລະ​ພະສົງ​ພຸດທະ​ສາ​ສະ​ໜາ​ຕິ​ເບດ​ຢ່າງ​ຫຼວງ​ຫຼາຍ,​ຍັງ​ມີ​ສຸ​ເຫຼົ່າ​ມຸສລິ​ມ4​ແຫ່ງ​ແລະ​ໂບດ​ໂລ​ມັນ​ກາ​ໂຕ​ລິກ​ແຫ່ງ​ໜຶ່ງ,​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ຜູ່​ເຊື່ອ​ຖື​ສາ​ສະ​ໜາ​ໄດ້.