|
 |
(GMT+08:00)
2008-04-24 16:01:57
|
ນາກາໂນຂອງຍີ່ປຸ່ນອອກແຮງກະກຽມການສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງ
cri
ຕາມຂ່າວCRI,ທວນໄຟງານກິລາໂອລິມປິກປັກກິ່ງຈະສົ່ງຕໍ່ຢູ່ນາກາໂນແຫ່ງຍີ່ປຸ່ນໃນວັນທີ26ເມສານີ້,ຄະນະກຳມະການໂອລິມປິກຍີ່ປຸ່ນແລະຝ່າຍທີ່ກ່ຽວຂ້ອງຂອງນາກາໂນພວມອອກແຮງສຸດຂີດຊຸກຍູ້ວຽກງານກະກຽມດ້ານຕ່າງໆ.
ປັດຈຸບັນ,ບັນຊີລາຍຊື່ຂອງຜູ່ສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງຢູ່ນາກາໂນໄດ້ຕົກລົງແລ້ວ.ໃນຜູ່ສົ່ງຕໍ່ທວນໄຟ80ຄົນ,ນອກຈາກບຸກຄົນຝ່າຍຈັດຕັ້ງເຊັ່ນທ່ານຊູເນຄາຈູ ທາເຄດາ ປະທານຄະນະກຳມະການໂອລິມປິກຍີ່ປຸ່ນ ແລະຮອງເຈົ້າຄອງເມືອງນາກາໂນແລະນັກກິລາທີ່ມີຊື່ສຽງເຊັ່ນໂຄຊູເຄ ຄິທາຈິມາແລ້ວ,ຍັງມີຜູ່ສົ່ງຕໍ່ທວນໄຟຫຼາຍຄົນທີ່ຮັບສະໝັກຢ່າງເປີດເຜີຍຈາກສັງຄົມ,ໃນນັ້ນ,ຍັງມີຊາວເມືອງນາກາໂນ39ຄົນເຂົ້າຮ່ວມ.
ຄະນະຈັດຕັ້ງຊາວເມືອງ,ນັກຮຽນປະຖົມແລະມັດທະຍົມຍັງຈະຈັດການສະແດງສິລະປະຢ່າງໃຫຍ່ໂຕເພື່ອຕ້ອນຮັບທວນໄຟງານກິລາໂອລິມປິກ.
|
|
|