 ໄຟສັກສິດໄປຮອດຍີ່ປຸ່ນ
ຕາມຂ່າວCRI:ຕອນຮຸ່ງເຊົ້າ 4 ໂມງ 5 ນາທີ ເວລາວຽງຈັນຂອງວັນທີ 25 ເມສານີ້, ຍົນພິເສດທີ່ບັນທຸກໄຟສັກສິດຂອງງານກິລາໂອລິມປິກປັກກິ່ງໄດ້ເດີນທາງຈາກຄຳແປລາແຫ່ງອົສຕຼາລີໄປຮອດສະໜາມບິນຮາເນດາຂອງໂຕກຽວ, ຈາກນັ້ນໄຟສັກສິດໄດ້ຂີ່ລົດຍົນພິເສດໄປເມືອງນາກາໂນ ເມືອງສົ່ງຕໍ່ທວນໄຟໃນທັນທີ.
ກະວ່າ, ໄຟສັກສິດຂອງງານກິລາໂອລິມປິກຈະຈັດການສົ່ງຕໍ່ຢູ່ນາກາໂນແຕ່ຕອນເຊົ້າ 8 ໂມງຮອດ 11 ໂມງເຄິ່ງໃນວັນທີ 26 ເມສານີ້ເວລາຍີ່ປຸ່ນ.

ຍີ່ປຸ່ນຕ້ອນຮັບໄຟສັກສິດໂອລິມປິກ
1 2
|