ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 16:54:02    
ຮອງ​​ເລຂາທິການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ກົນ​ອຸ​ບາຍ​ຂອງ​ກຸ່ມ​ຕິ​ເບດ​ເອ​ກະ​ລາດ​ທີ່​ມີ​ເຈດ​ຈຳ​ນົງ​ທຳ​ລາຍ​ງານ​ກິ​ລາ​ໂອ​ລິມ​ປິກ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ

cri Author: mo
ຕາມ​ຂ່າວສາ​ຊີ​ນຮວາ: ວັນ​ທີ 24 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊ່າຈູ​ຄ່າງ ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ກົນອຸບາຍ​ຂອງ​ກຸ່ມ​ຕິ​ເບດ​​ເອກະລາດ​ທີ່​ມີ​​ເຈດ​ຈຳນົງທຳລາຍງານ​ກິລາ​ໂອ​ລິ​ມປິກ​ຈະ​ບໍ່​ສາມາດ​ບັນລຸ​ຜົນເປັນ​ຈິງ​.

ທ່ານ​ຊ່າ​ຈູ​ຄ່າງ​ກ່າ​ວວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ເລື່ອງ​ສຳຄັນ​ຂອງ​ປະຊາ​ຊາດ​ຈີນ, ກໍ່​ແມ່ນ​ເລື່ອງ​ສຳຄັນຂອງ​ປະຊາຊົນ​ໂລກ, ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ, ລັດຖະບານ​ຈີນ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​​ເທື່ອ​ນີ້​ໃຫ້​ເຫັນ​ງານ​ກິລາ​ທີ່​ດີ​ທີ່​ສຸດຂອງ​ໂລກ, ຂ້າພະ​ເຈົ້າມີ​ຄວາມ​ໝັ້ນ​ໃຈ​ອັນເຕັມ​ປ່ຽມ​ຕໍ່​ເລື່ອງ​ນີ້.