ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 17:13:47    
ສປປ​ເກົາຫລີ​ກ່າວ​ວ່າ ການ​ທີ່​ສົ່ງ​ຕໍ່​ທວນ​ໄຟ​ສັກ​ສິດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຢູ່​ພຽງ​ຢາງ​ຈະ​ເຮັດ​ໃຫ້​ຊາວ​ໂລກ​ຕື່ນ​ຕາ​ຕື່ນ​ໃຈ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 24 ​ເມສາ​ນີ້, ຢູ່​ທີ່​ພຽງ​ຢາງ, ທ່ານ​ລີ​ຈົງ​ຊຸກ ຮອງ​ປະທານ​ຄະນະ​ກຳມະການ​ຈັດຕັ້ງການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິມປິກ​ປັກ​ກິ່ງ​ຢູ່​ພຽງ​ຢາງ​ກ່າວ​ວ່າ, ສປປ​ເກົາຫລີ​ໄດ້​ກຽມພ້ອມ​ແລ້ວ, ຈະ​ຮັບປະກັນ​ໃຫ້ການ​ສົ່ງ​ຕໍ່ທວນ​ໄຟ​ໂອ​ລິ​ມປິກ​ຢູ່​ພຽງ​ຢາງ​​ໃນ​ມີ​ລະດັບ​ສູງ ​ດີ​ເດັ່ນ ປອດ​ໄພ ​ແລະ​ສຳ​ເລັດ​ຜົນ, ຈະ​ເຮັດ​ໃຫ້​ຊາວ​ໂລກຕື່ນ​ຕາ​ຕື່ນ​ໃຈ​ທີ່​ສຸດ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ​ເມສາ​ນີ້, ທ່ານ​ລີ​ຈົງ​ຊຸກ​ກ່າວ​ວ່າ, ຈີນ​ແມ່ນ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່ດີຂອງ​ສປປ​ເກົາຫລີ, ສປປ​ເກົາຫລີ​ກັບ​ຈີນ​ມີ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ຍາວ​ນານ. ປະຊາຊົນ​ເກົາຫລີ​ຮູ້ສຶກ​ດີ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຈີນທີ່​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ. ທ່ານ​ກິມຈົງອີ ຜູ້ນຳ​ສູງ​ສຸດ​ສປປ​ເກົາຫລີຫວັງ​ໃຫ້​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ເທື່ອ​ນີ້​ຈະ​ດຳ​ເນີນ​ຢ່າງ​ສະດວກ.