ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 20:46:05    
ກຳມາທິການ​ນັກ​ກິ​ລາ​ຂອງ​ໂອ​ລິມ​ປິກ​ສາ​ກົນ​ຄັດ​ຄ້ານ​ການ​ຂວ້ຳ​ບາດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 24 ​ເມສາ​ນີ້​ເວລາ​ທ້ອງ​ຖິ່ນ, ຢູ່​ລາວ​ຊັນ​ເນ​ແຫ່ງ​ສວິສ, ກຳມາ​ທິການ​ນັກ​ກິລາ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ອອກ​ຖະ​ແຫຼງການກ່າວ​ວ່າ, ຄັດຄ້ານການ​ກະທຳ​ໃດໆ​ທີ່​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເຫັນ​ວ່າ ກິລາ​ກັບ​ການ​ເມືອງ​ຕ້ອງ​ແຍກ​ອອກ​ຈາກ​ກັນ.

ຖະ​ແຫຼງການ​ຂຽນ​ວ່າ, ການ​​ສົ່ງ​ຕໍ່​ທວນ​ໄຟຂອງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ທັດສະນະ​ຄະຕິ​ສັນຕິພາບ​​ເຜີຍ​ແຜ່​ຢູ່​​ທົ່ວ​ໂລກ, ທັດສະນະ​ຄະຕິດັ່ງກ່າວຄວນ​ໄດ້​ຮັບ​ຄວາມ​ເຄົາລົບ, ການ​ກະທຳ​ຮຸນ​ແຮງ​ຈຳນວນ​ໜຶ່ງ​ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ສົ່ງ​ຕໍ່ທວນ​ໄຟ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ໄດ້​ບາດ​ໃຈ​ທັດສະນະ​ຄະຕິ​ດັ່ງກ່າວ.