ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-26 16:44:46    
ອາ​ເມ​ລິ​ກາ ສິງ​ກະ​ໂປ​ແລະ​ສະ​ຫະ​ພາບ​ເອີ​ລົບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ກຽມ​ຈະ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ດາ​ໄລ​ລາ​ມະ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ໂດຍ​ພິຈາລະນາ​ເຖິງ​ຄວາມ​ຮຽກຮ້ອງຂອງ​ຝ່າຍ​ດາ​ໄລລາ​ມະທີ່​ສະ​ເຫ​ນີ​ຫລາຍ​ເທື່ອຢາກ​ຟື້ນ​ຟູ​ການ​ປຶກສາ​ຫາລື​ກັນ, ພາກສ່ວນ​ທີ່ກ່ຽວ​ຂ້ອງ​ຂອງ​ລັດຖະບານ​ຈີນກຽມ​ຈະ​ຕິດ​ຕໍ່​ພົວພັນປຶກສາ​ຫາລື​ກັບ​ຜູ່​ຕາງຫນ້າ​ສ່ວນ​ບຸກຄົນ​ຂອງ​ດາ​ໄລລາ​ມະ​ໃນ​ໄວໆ​ນີ້.ອາ​ເມ​ລິ​ກາ ສິງກະ​ໂປ​ແລະ​ສະຫະພາບ​ເອີ​ລົບ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ວັນ​ທີ 25 ​ເມສາ​ນີ້ ທ່ານ​ໂກ​​ເດິ​ນ ຈອນ​​ໂດຼ ​ໂຄສົກ​ຄະນະ​ກຳມະການ​ຄວາມ​ປອດ​​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຮູ້ສຶກ​ດີ​ໃຈ​ຫລາຍ​ທີ່​ລັດຖະບານ​ຈີນ​ກຽມ​ຈະ​ປຶກສາ​ຫາລື​ກັບ​ຝ່າຍ​ດາ​ໄລລາ​ມະ.

ວັນ​ທີ 25 ​ເມສາ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ​ໄດ້​ອອກ​ຖະ​​ແຫລ​ງການ​ກ່າວ​ວ່າ, ການ​ກະທຳ​ຂອງ​ລັດຖະບານ​ຈີນ​ຈະມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຕິ​ເບ​ດ.ຖະ​ແຫລ​ງການ​ຍັງ​ກ່າວ​ວ່າ, ສະຖານະ​ການ​ເຄັ່ງ​ຕຶງຢູ່​ເລື້ອຍໆ​ແລະ​​ເຈດ​ຕະນາ​ທີ່ເອົາ​ບັນຫາ​ຕິ​ເບ​ດພົວພັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ໃຜ​ຫມົດ​ຢ່າງ​ຫນ້ອຍ​ຕໍ່​ປະຊາຊົນ​ຕິ​ເບ​.

ວັນ​ທີ 25 ​ເມສາ​ນີ້ ສະ​ໂລ​ແວັນນີ ປະ​ເທດ​ປະທານວຽນ​ຂອງ​ສະຫະພາບ​ເອີ​ລົບ​ກໍ່​ໄດ້​ອອກ​ຖະ​ແຫລ​ງການ​,ສະ​ແດງ​ຄວາມ​ຍ້ອງຍໍ​ຕໍ່​ພາກສ່ວນ​ທີ່ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ທີ່ກຽມ​ຈະ​ປຶກສາ​ຫາລື​ກັບ​ຝ່າຍ​ດາ​ໄລລາ​ມະ​ໃນ​ໄວໆ​ນີ້.