ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-28 20:41:48    
ຈີນ​ກ່າວ​ວ່າ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄຼຍ​ໃຫ້​ໄດ້​ຜົນ​ກວ່າ​ເກົ່າ

cri
ຕາມ​ຂ່າວCRI,ວັນ​ທີ28​ເມສາ​ນີ້,ທ່ານ​ເສິງ​ຈິງ​ເຢ້ ຫົວໜ້າ​ກົມ​ຄວບ​ຄຸມ​ກຳ​ລັງ​ລົບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຫົວໜ້າ​ຄະນະ​ຜູ່​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກະ​ກຽມ​ເທື່ອ​ທີ​ສອງ​ຂອງ​ກອງ​ປະ​ຊຸມ​ຄົ້ນຄວ້າ​ພິ​ຈາ​ລະ​ນາ​ສົນ​ທິ​ສັນ​ຍາ​ບໍ່​ແຜ່ຜາຍ​ອາວຸດ​ນີ​ວ​ເຄຼຍ​ຄັ້ງ​ທີ​8​ຢູ່​ທີ່​ເຊີ​ແນວ.​ທ່ານ​ກ່າວ​ວ່າ,ຈີນ​ສະ​ໜັບ​ສະ​ໜູນ ການ​ເພີ່ມ​ລັກ​ສະ​ນະ​ທົ່ວ​ໄປ​ໃນ​ການ​ປະຕິບັດ ການ​ບັງຄັບ​ໃຊ້​ແລະ​ຜົນ​ສັກ​ສິດ​ຂອງ​ສົນ​ທິ​ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄຼຍ.

ທ່ານ​ເສິງ​ຈິ້ງ​ເຢ້ກ່າວ​ວ່າ,ສົນທິສັນຍາ​ບໍ່​ແຜ່ຜາຍ​ອາວຸດ​ນີວ​ເຄຼຍ​ເປັນ​ສົນ​ທິ​ສັນ​ຍາ​ລະ​ດັບ​ໂລກ​ທີ່​ກວມ​ລວມ​ກວ່າ​ໝູ່,​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເຂົ້າ​ແທນ​ບໍ່​ໄດ້​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຜາຍ​ອາ​ວຸດ​ນີ​ວ​ເຄຼຍ,ຊຸກ​ຍູ້​ຂະ​ບວນການ​ຫຼຸດ​ກຳ​ລັງ​ລົບ​ນີວ​ເຄຼຍ​ແລະ​ຊຸກຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນີວ​ເຄຼຍ​ເຂົ້າ​ໃນ​ທາງ​ສັນຕິ,​ເຊິ່ງ​ໄດ້​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ​ຢ່າງ​ບັງ​ເກີດ​ຜົນ.ຈີນ​ຫວັງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ກຳ​ໂອກາດ​ສຳຄັນ​ຂອງ​ຂະ​ບວນ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຮອບ​ໃໝ່​,ອອກ​ແຮງ​ເພິ່ມທະວີ​ການ​ຮ່ວມ​ມື​ກັນ,ຊຸກ​ຍູ້​ການ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຜາຍ​ອາ​ວຸດ,​ການ​ຫຼຸດ​ກຳ​ລົງ​ລົບ​ດ້ານນີວ​ເຄຼຍ​ແລະ​ການ​ນຳ​ໃຊ້​ພະ​ລັງ​ງານ​ນີວ​ເຄຼຍ​ເຂົ້າ​ໃນ​ທາງ​ສັນ​ຕິ​ເຊິ່ງ​ເປັນສາມ​ເສົາ​ຄ້ຳ​ໃຫຍ່ນັ້ນ​ຢ່າງຮອບດ້ານ​ແລະ​ຄຽງ​ຄູ່​ກັນ​ໄປ.