ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 10:37:51    
ທວນ​ໄຟ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົ່ງ​ໄປຮອດ​ນະ​ຄອນ​ໂຮ​ຈີ​ມິນ​ແຫ່ງ​ຫວຽດ​ນາມ​ແລ້ວ

cri

ຕາມ​ຂ່າວCRI, ຕອນ​ຄ່ຳ​ວັນ​ທີ28​ເມສາ​ນີ້​ເວລາ​ທ້ອງ​ຖິ່ນ, ຍົນ​ພິ​ເສດ​ທີ່​ບັນທຸກ​ທວນໄຟ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ບິນຈາກ​ພຽງ​ຢາງ ນະຄອນຫຼວງ​ສປປ​ເກົາຫຼີ​ໄປ​ຮອດ​ນະຄອນ​ໂຮ​ຈີມີນ​ແຫ່ງ​ຫວຽດນາມ​ຕາມ​ແຜນການ. ໃນ​ຕອນ​ບ່າຍ​ວັນ​ທີ29​ເມສາ​ນີ້, ​ທວນໄຟ​​ຈະ​ສົ່ງ​ຕໍ່ກັນ​ໄປ​ຢູ່​ນະຄອນ​ໂຮ​ຈີ​ມິນ ​ບ່ອນ​ທີ19ທີ່​ສົ່ງ​ຕໍ່​ຢູ່​ຕ່າງ​ປະ​ເທດ.

ທ່ານ​ຫູ​ຊຽນ​ເວີນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ ທ່ານ​ສີ​ມິ​ງລ້ຽງ ກົງ​ສູນ​ໃຫຍ່​ຈີນ​ປະຈຳ​ນະຄອນ​ໂຮ​ຈີ​ມິນ​ພ້ອມ​ດ້ວຍ​ພະນັກງານ​ສະຖານທູດ​ຈີນ​ແລະ​ສະຖານກົງ​ສູນຈີນ, ທ່ານ​ຫງວຽນ​ຫວງນັງ ຫົວໜ້າ​ພະ​ແນ​ກກິລາ​ນະຄອນ​​ໂຮ​ຈີ​ມິນ, ທ່ານ​ຫວງ​ວິນ​ກາງ ຮອງ​ປະທານ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ຫວຽດນາມ​ແລະ​ຜູ້​ຕາງໜ້າ​ກຳມະກອນ​​ຈີນ​ຢູ່​ຫວຽດນາມລວມ​ທັງ​ໝົດ​ເກືອບ100ຄົນ​ໄດ້​ໄປ​ຕ້ອນຮັບ​ທວນໄຟ​ກິລາ​ໂອ​ລິ​ມປິກ​ຢູ່​ສະໜາມ​ບິນ.

ອີງ​ຕາມ​ແຜນການ, ການ​ສົ່ງ​ຕໍ່​ທວນ​ໄຟ​ຈະ​ເລີ່​ມຕົ້ນຈາກ​ໂຮງ​ລະຄອນ​ໃຫຍ່​ຢູ່​ໃຈກາງ​ນະຄອນ​ໂຮ​ຈີ​ມິນ, ຜ່ານ​ສິ່ງກໍ່ສ້າງ​ສຳຄັນ​​ຫຼາຍ​ບ່ອນທີ່​ເປັນ​ສິລະ​ປະ​​ຕາ​ເວັນ​ອອກ​ແລ​ະຕາ​ເວັນ​ຕົກ, ​ແລະ​ຈະ​​ໄປ​ສຸດ​ຢູ່​ສະໜາມ​​ກິລາ​ໃນ​ຮົ່ມ​ເຂດ​ທະຫານ​ທີ7, ​ໄລຍະ​ທາງ10ກວ່າ​ກິ​ໂລ​ແມັດ.


1 2