ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 16:25:22    
ຜູ່​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຕິ​ຕຽນ​ການ​ກະ​ທຳ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໃນ​ບັນ​ຫາ​ຕິ​ເບດ

cri

ຕາ​ມຂ່າວCRI:ຫວ່າງ​ມໍ່ໆ​ນີ້,ຜູ່​ຊ່ຽວຊານ ​ ນັກ​ວິຊາ​ການ​ແລະ​ຜູ່​ອ່ານ​ ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ​ໄດ້​ຂຽນບົດ​ຄວາມ​ຫຼື​ໃຫ້​ສຳພາດ, ຕິຕຽນ​ການ​ກະທຳ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໃນ​ບັນຫາ​ຕິ​ເບ​ດ.


ຫວ່າງ​ມໍ່ໆ​ນີ້,ທ່ານຄອນຣາດ ​ເຊ​ດ ອະດີດ​ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ​ປະຈຳ​ຈີນ​ໄດ້​ຂຽນ​ບົດ​ຄວາມລົງ​​ໃນຫນັງສືພິມ​ຊຸດດອຍ​ສ໌ ​ເຊຕຸ​ງຂອງ ເຢຍລະ​ມັນ,ຕິຕຽນ​ສື່​ມວນ​ຊົນ​ເຢຍລະ​ມັນ​ຈຳນວນ​ຫນຶ່ງ​ລາຍ​ງານຂ່າວ​​ຈີນ​ແບບ​ດ້ານດຽວ,​ຈຶ່ງ​​ເຮັດ​​ໃຫ້​ຜູ່​ອ່ານ​ເຢຍລະ​ມັນບໍ່​ສາມາດ​ຮູ້​ເຖິງຄວາມ​ກ້າວ ຫນ້າອັນ​ໃຫຍ່​ຫຼວງ​ຂອງ​ຈີນ​ຢ່າງຮອບດ້ານ​

 ວັນ​ທີ 23 ​ເມສາ​ນີ້, ສາດສະດາຈານຮາ​​ໂຣ ວົນ ​ເຊັນ​ເຈີ  ນັກນິຕິ ສາດ ນັກ​​ຈີນສຶກສາ​ຂອງມະຫາວິທະຍາ​ໄລ​ອານ​ເບີດ ລຸ​ດວິກ​​​ ແຟຣດ​ເບີກຂອງ​ເຢຍມະ​ມັນໄດ້​ຂຽນ​ບົດ​ຄວາມ​ລົງໃນ​ຫນັງສືພິມ​ບາ​ດິສ​ເຊ ​ເຊຕຸ​ງ,ຕຳ​ນິປະ​ເທດ​ຕາ​ເວັນ​ຕົກ​ທີ່​ໃຊ້​ທັດສະນະ​ທ່າ​ທີສອງ​ຢ່າງ​ທີ່​ຕ່າງ​ກັນໃນ​ບັນຫາ​ຕິ​ເບ​ດ. ທ່ານ​ກ່າວ​ຢ້ຳວ່າ,ຕິ​ເບ​ດ​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງ​ຈີນ,ທ່ານ​ມີ​ທ່າ​ທີ​ສົງ​ໄສ​ຕໍ່ການ​ກະທຳ​ຂອງ​ປະ​ເທດ​ຕາ​ເວັນ​ຕົກທີ່​​​ຖືຄວາມ​ເຫັນຂອງ​ຕົນຖືກຕ້ອງສະ​ເຫ​ນີ​ແລະ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.


ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາທ່ານ​ນໍ​ແມນ ດ.​​ເລ​ວິນ ນັກວິ​​ເຄາະ​ນະ​ໂຍບາຍ​ສາກົນ​ຂອງ​ບໍລິສັດ​ພັດທະນາ​ແລະ​ສຳ​ຫຼວດ​ແຣນຂອງອາ​ເມ​ລິ​ກາ​ໄດ້​ໃຫ້​ສຳພາດ​ນັ້ນ,ທ່ານ​ກ່າວ​ວ່າ,ປະຈຸ​ບັນ ​ໃນ​​ໂລກນີ້ບໍ່​ມີ​ປະ​ເທດ​ໃດ​ຍິນ​ດີ​ລົງ​ໂທດ​ຈີນ​ດ້ວ​ຍຄ່າ​ຕອບ​ແທນ​ທີ່​ທຳລາຍ​ການ​ພົວພັນ​ອັນ​​ເປັນ​ປົກກະຕິ​ກັບ​ຈີນ.ທ່ານ​ກ່າວ​ວ່າ,ທີ່​ຈິງ​ແລ້ວ,ການ​ລົງ​ໂທດ​ຈີນ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໄດ້​ຮັບ​ຜົນ​ຕາມ​ຄາດຫມາຍ.