ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-29 20:31:00    
ສະ​ຫະ​ປະ​ຊາ​ຊາດ​ຈະ​ສ້າງ​ຕັ້ງ​ໜ່ວຍ​ງານ​ພິ​ເສດ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ລາ​ຄາ​ທັນ​ຍາ​ຫານ​ໃນ​ໂລກ​ຖີບ​ສູງ​ຂຶ້ນ

cri
ຕາມ​ຂ່າວCRI,ວັນ​ທີ29​ເມສາ​ນີ້,ຢູ່​ເບ​ເນ ນະຄອນຫຼວງ​ສວິສ,ທ່ານ​ບານ​ກີ​ມູນ ​ເລຂາທກິ​ກາ​ນ​ໃຫຍ່​ສະຫະ​ປະຊາ​ຊາດ​ປະກາດ​ວ່າ,ຈະ​ສ້າງ​ຕັ້ງ​ໜ່ວຍ​ງານ​ພິ​ເສດ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ລາ​ຄາ​ທັນ​ຍາ​ຫານ​​ໃນ​ໂລກ​ຖີບ​ສູງ​ຂຶ້ນ,​ແລະ​ປະສານ​ງານ​ການ​ເຄື່ອນ​ໄຫວ​ດ້ານ​ນີ້​ຂອງ​ອົງ​ການ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ບານ​ກີ​ມູນ​ໄດ້​ປະກາດ​ການ​ຕົກລົງ​ດັ່ງກ່າວພາຍຫຼັງ​ຈັດ​ກອງ​ປະຊຸມ​ກ່ຽວ​ກັບບັນຫາ​ລາຄາ​ທັນ​ຍາ​ຫານ​ຖີບ​ສູງ​ຂຶ້ນກັບ​ຜູ່​ນຳ​ຂອງ27​ອົງການ​ຈັດ​ຕັ້ງ​ສາກົນ​ເຊັ່ນ​ອົງ​ການ​ແຜນ​ການ​ທັນ​ຍາ​ຫານ​ໂລກ ອົງການ​ທັນ​ຍາ​ຫານ​ແລະ​ການ​ກະ​ເສດ​ສະຫະ​ປະຊາ​ຊາດ​ແລະ​ທະນາຄານ​ໂລກ.​ໜ່ວຍ​ງານ​ພິ​ເສດ​ດັ່ງກ່າວ​ຈະ​ນຳພາ​ໂດຍ​ທ່ານ​ບານ​ກີ​ມູນ​.

ທ່ານ​ບານ​ກີ​ມູນ​ຍັງ​ໄດ້​ປະກາດ​ແຜນ​ລວມຂອງ​ສະ​ຫະ​ປະ​ຊາ​ຊາດ​​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ທັນ​ຍາ​ຫານ​ທົ່ວ​ໂລກ​ໃນ​ປັດຈຸບັນ,​ເຊິ່ງມີ​ເນື້ອ​ໃນ​ລວມ​ທັງ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃຫ້​ເງິນ​ຊ່ວຍ​ເຫຼືອ755​ລ້ານ​ໂດ​ລາ​ແກ່​ສະຫະ​ປະຊາ​ຊາດ​ໂດຍ​ດ່ວນ,​ສະ​ຫະ​ປະຊາ​ຊາດ​ສະໜອງ​ເງິນ​1​ຕື້​700​ລ້ານ​ໂດ​ລາ​ໃຫ້​ຊາວ​ກະສິກອນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ,​ທະ​ນາ​ຄານ​ໂລກ​ປ່ອຍ​ເງິນ​ກູ້​ໃຫ້​ອາ​ຟິຼກກາ​ເພີ່ມ​ຂຶ້ນ1​ເທົ່າ​ແລະ​ອື່ນໆ.