ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-01 17:25:16    
ບຸກຄົນ​ສຳ​ຄັນ​ທາງ​ການ​ເມືອງ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ສົ່ງ​ຄຳ​ອວຍ​ພອນ​ໃຫ້​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ຕາມ​ຂ່າວສານ​ຊິນ​ຮວາ: ​ເນື່ອງ​ໃນ​ໂອກ​າດວັນ​ນັບ​ຖອນ​ຫຼັງ100​ມື້​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ບຸກຄົນ​ສຳຄັນ​ທາງ​ການ​ເມືອງຕ່າງປະ​ເທດຈຳນວນ​ໜຶ່ງ​ຕ່າງ​ໄດ້​ກ່າວ​ຄຳ​ປາ​ໄສ, ອວຍ ພອນ​​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​​ເມັດ​ເຕັມ​ໜ່ວຍ. 

ວັນ​ທີ29​ເມສາ​​ແລ້ວນີ້, ທ່ານຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ, ປະຊາຊົນ​ກຳ​ປູ​ເຈຍ​ຂໍ​ມອບ​ຄຳ​ອວຍພອນ​ທີ່​ດີງາມ​ກວ່າ​ໝູ່​ໃຫ້​ແກ່​ງາ​ນກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ, ​ແລະ​ຈະ​ເອົາ​ໃຈ​ໃສ່​ນຳ​ການ​ແຂ່ງຂັນຢ່າງ​ແໜ້ນ​ແຟ້ນ. ທ່ານອວຍພອນ​​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ເຕັມ​​ເມັດ​ເຕັມ​ໜ່ວຍ.

ວັນ​ທີ29​ເມສາ​​ແລ້ວນີ້, ​ໃນ​ພິທີ​​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ​ທີ່​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ ທີ່​ຄະນະກຳມະການ​ໂອ​ລິ​ມປິກ ເບ​ລາຣຸດສ໌ຈັດ​ຂຶ້ນ, ທ່ານ​ເກນ​ນາ​ດີ ອະ​ເລັກຊິນ​ໂກ ຜູ່​ຊ່ວຍ​ປະທານາທິບໍດີ​ເບ​ລາຣຸດສ໌ກ່າວ​ວ່າ, ເບ​ລາຣຸດສ໌ ກັບ​ ຈີນ​ມີ​ມິດຕະພາບ​ອັນ​ມີ​ມູນ​ເຊື້ອ​ຢ່າງ​​ເລິກ​​ເຊິ່ງ, ປະຊາຊົນ​ສອງ​ປະ​ເທດ​ມີ​ພາບ​ປະ​ທັບ​ໃຈ​ອັນ​ດີງາມ​ຕໍ່ກັນ​. ເບ​ລາຣຸດສ໌​ເຊື່ອ​ວ່າ​ງານ​ມະຫະ​ກຳ​ກິລາ​ເທື່ອ​ນີ້​ຍ່ອມ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.