ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-05 15:47:22    
ຊາວ​ຈີນ​ເກືອບ​ຫມື່ນ​ຄົນ​ຊຸມ​ນຸມ​ກັນ​ຢູ່​ນິວ​ຢອກ​​ເພື່ອ​ສະ​ຫນັບ​ສະ​ຫນູນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 4 ພຶດສະພາ​ນີ້ ຊາວ​ຈີນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງອາ​ເມ​ລິ​ກາ​ເກືອບ​ຫມື່ນ​ຄົນ​ໄດ້​ຈັດ​ງານ​​ໂຮມຊຸມນຸມຢ່າງ​ສັນຕິຢູ່​ກາງນະຄອນ​ນິວຢອກ,​ເພື່ອ​ສະຫນັບສະຫນູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ​ໃນ​ງານ​ຊຸມນຸມ, ຜູ່​ຕາງຫນ້າ​ນັກ​ສຶກສາ​ຈີນ​ທີ່​ຮຽນ​ຢູ່​ອາ​ເມ​ລິ​ກາ ຜູ່​ຕາງຫນ້າ​​ໄວ​ຫນຸ່ມ​ຂອງ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ໄດ້​ກ່າວປາ​​ໃສ,ຜູ່​ຮັບຜິດຊອບ​ຂອງ​ອົງການ​ຈັດຕັ້ງຊາວ​ຈີນຫລາຍ​ສິບ​ອົງການ​ກໍ່​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ດັ່ງກ່າວ.

ຜູ່​ຮ່ວມ​ງານ​ໄດ້​ຊູທຸງຊາດ​ຈີນ ທຸງຊາດ​ອາ​ເມ​ລິ​ກາ​ແລະ​ທຸງ​​ໂອ​ລິ​ມປິກ, ຮ້ອງ​ຄຳ​ຂວັນ​ຕ່າງໆ​ເຊັ່ນ ຈີນ​ດຽວ ​ໂລກ​ດຽວ ຄວາມ​ຝັນ​ດຽວ ຄັດຄ້ານ​​ການເອົາ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ບັນຫາ​ການ​ເມືອງ​ແລະ​ອື່ນໆ, ຮ້ອງ​ເພງ​ຊາດ​ຈີນ ​ເພງ​ສັນລະ​ເສີນ​ປະ​ເທດ​ຊາດ ​​ເພງ​ດວງ​ໃຈ​ຈີນ​ຂອງ​ຂ້ອຍ​ແລະ​ເພງ​ຕ່າງໆ,ຫວັງ​​ໃຊ້ວິທີ​ແບບ​ນີ້​ເພື່ອ​ສົ່ງ​ຕໍ່​ຄວາມ​ໃນ​ໃຈ​ຂອງ​ຊາວ​ຈີນ​​ໃນ​ທົ່ວ​ໂລກ​ທີ່​ຮັກຫອມ​ສັນຕິພາບ.