ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-05 18:02:20    
ຜູ້ຊ່ຽວຊານ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ພິມ​ບົດ​ຄວາມ​ເຜີຍ​ແບ​ໜ້າ​ຕາ​ທີ່​ແທ້​ຈິງ​ຂອງ"ຂະ​ບວນ​ການ​ຕິ​ເບ​ດ​ເອ​ກະ​ລາດ"

cri Author: mo
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ຜູ້​ຊ່ຽວຊານຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ທະຍອຍ​ກັນ​ພິມ​ບົດ​ຄວາມ​ເຜີຍ​ແບ​ໜ້າ​ຕາທີ່​ແທ້​ຈິງ​ຂອງ"ຂະ​ບວນການ​ຕິ​ເບ​ດ​ເອກະລາດ".

ທ່ານ​​ໄມ​ໂຄ​ວ ​ໂຄຊູ​ໂດ​ບສະ​ກີ ຫົວໜ້າ​ສູນ​ຄົ້ນຄວ້າ​ໂລກາ​ພິວັດຂອງ​ກາ​ນາ​ດາ ຜູ້​​ແຕ່ງປື້​ມ"​ເອັນ​​ໄຊ​ໂຄລ໌ພິ​ເດຍ ບຣິດ​ເຕິ​ນນີກາ"​ໄດ້​ພິມ​ບົດ​ຄວາມ​ຂຽນ​ວ່າ, ການຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຕິ​ເບ​ດ​ແມ່ນ"​ເຫດການທີ່ຈັດ​ສັນ​ຢ່າງ​ຕັ້ງ​ໃຈ". ຍ້ອນ​ມີ​ຜູ້ນຳ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຕິຕຽນ​ຈີນ, ​ຈຶ່ງເຮັດ​ໃຫ້​ຂະ​ບວນການ​ໃສ່​ຮ້າຍ​ປ້າຍ​ສີ​ທາງ​ສື່​ມວນ​ຊົນ​ໄດ້​ເລີ່​ມຕົ້ນຢ່າງ​ວ່ອງ​ໄວ.

ພັນ​ໂທອຸຍ​ແກນ ​ໂຣ​ເຊ ກອງທັບ​ປ້ອງ​ກັນ​ປະ​ເທດສະຫະພັນ​ເຢຍລະ​ມັນ​ພິມ​ບົດ​ຄວາມລົງ​ໃນ​ວາລະສານ"ອັນ​ເຊີ​ເຣ ​​ໄຊ​ທ໌"ຂຽນ​ວ່າ, ​ເຫດການ​ຕິ​ເບ​ດ​ຮຸນ​ແຮງ​ຂຶ້ນ​ໄດ້​ເຮັດ​ໃຫ້​ຄົນ​ຄິດ​ເຫັນ​​ວ່າ, ຄົນອາ​ເມ​ລິ​ກາ​ພວມ​ໃຊ້​ວິທີ​ທີ່​ເຂົາ​ຊຳນານ​ນັ້ນມາ​ເຮັດ​ໃຫ້​ຈີນ​ຕົກ"ຂຸມ​ຂວາກ​ຕິ​ເບ​ດ", ວິທີ​ທີ່​ເຂົາ​ມັກ​ໃຊ້​ນີ້​ກໍ່​ແມ່ນ​ສວຍ​ໄຊ້ອິດ​ທິກຳລັງ​ຊົນ​​ເຜົ່າ​ສ່ວນ​ໜ້ອຍຫຼືສາສະໜາ​ຂອງ​ປະ​ເທດ​ອື່ນ​ມາ​ບັນລຸ​​ເປົ້າໝາຍ​ການ​ເມືອງ​ມະຫາ​ອຳນາດ​ຂອງ​ເຂົາ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ໂດ​ມີ​ນີ​ໂກ ​ໂລ​ເຊີ​ໂດ ນັກ​ປະຫວັດສາດ​ທີ່​ມີ​ຊື່​ສຽງ​ຂອງ​ອີ​ຕາ​ລີ​ໄດ້​ຂຽນ​ບົດ​ຄວາມ​ຢູ່ອິນ​ເຕີ​ເນັດ​ວ່າ, ການ​ກະທຳ​ອັນ​ຕ່ຳ​ຕ້ອຍ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ໃຫ້​ຈີນ​ເປັນຄືຜີ​ມານນັ້ນ ພວມ​ດຳ​ເນີນ​ຢູ່​ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ພວກ​ເຂົາ​ຊູ​ທຸງທີ່​ວ່າ"ປົກຄອງຕົນ​ເອງ" ມາສະ​ໜັບສະ​ໜູນ"ຕິ​ເບ​ດ​​ເປັນເອກະລາດ", ຈຸດປະສົງ​ກໍ່​ແມ່ນ​ຢາກ​ຕັດ​ແຍກ​ປະ​ເທດ​ຈີນ​ທີ່​ມີ​ວັດທະນະທຳຫຼາຍ​ເຄົ້າ​ເຊິ່ງຈໍ່​ຕົວ​ຂຶ້ນ​​​ໂດຍຜ່ານຫຼາຍສະຕະວັດນັ້ນ. ບົດ​ຄວາມ​ດັ່ງກ່າວ​ໄດ້​ຮັບ​ການສະ​ສະໜັບສະໜູນ​ຈາກ​ນັກວິຊາການ ນັກ​ຂ່າວ ຜູ້ນຳ​ອົງການຈັດຕັ້ງມວນ​ຊົນ ​ແລະ​ບຸ​ກຄົນ​ວົງ​ການ​ການ​ເມືອງຫຼາຍຮ້ອຍ​ຄົນ​ຂອງ​ປະ​ເທດ​ຝຣັ່ງ ​ແອັສປາຍ ​ແລະ​ອີ​ຕາ​ລີ​ເປັນຕົ້ນ.